ເຂົ້າຮ່ວມເຫດການມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າສະມາຄົມວິສາຫະກິດຫວຽດນາມ ແລະລາວ ພ້ອມກັບປະຊາຄົມຊາວຫວຽດນາມ ແລະລາວ ຢູ່ນະຄອນຫຼວງວຽງຈັນ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ລາຍການສະແດງສິລະປະທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມຄະນະຈັດຕັ້ງແລ້ວ, ນີ້ແມ່ນກິດຈະກຳເພື່ອແນໃສ່ໂຄສະນາເຜີຍແຜ່ບັນດາຮູບພາບ,  ວັດທະນະທໍາທີ່ພົ້ນເດັ່ນຂອງຫວຽດນາມ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ກໍ່ຄືຊາວລາວ ທີ່ດຳລົງຊີວິດ ແລະເຮັດວຽກຢູ່ນະຄອນຫຼວງວຽງຈັນ.

ໂຄງການບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການຕິດພັນ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ເລິກເຊິ່ງກ່ວາອີກເທົ່ານັ້ນ, ຫາກຍັງສ້າງກາລະໂອກາດໃຫ້ບັນດາວິສາຫະກິດຂອງສອງປະເທດໄດ້ພົບປະ, ແລກປ່ຽນ ແລະແບ່ງປັນປະສົບການ, ຮ່ວມມືລົງທຶນ ກໍ່ຄືພັດທະນາຕະຫຼາດຕາມເນື້ອໃນຈິດໃຈ “ທັງມີຜົນປະໂຫຍດຕໍ່ປະເທດຊາດ, ທັງມີຜົນປະໂຫຍດຕໍ່ຄອບຄົວ” ແລະຕ່າງຝ່າຍຕ່າງມີຜົນປະໂຫຍດອີກດ້ວຍ.

ຢູ່ສູນວັດທະນະທຳຫວຽດນາມ, ບັນດາຜູ້ແທນໄດ້ຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເຕັມໄປດ້ວຍສີສັນວັດທະນະທໍາຂອງສອງປະເທດຫວຽດນາມ ແລະລາວ, ພ້ອມກັນຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນ, ສິນຄ້າຂອງສອງປະເທດ...

ໂດຍ: ຈາງຫງວຽນ