ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໃຫ້ຮູ້ວ່າ ຜ່ານລາຍການແມ່ນເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກໃຫ້ແກ່ນັກຮຽນຢູ່ບໍລິເວນບ້ານຊາຍແດນກົງກັນຂ້າມ; ສະໜັບສະໜູນ ແລະຊ່ວຍເຫຼືອເດັກນ້ອຍມີເງື່ອນໄຂໄດ້ໄປໂຮງຮຽນເພື່ອຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ນັບມື້ນັບມີຄວາມກ້າວໜ້າ, ເຕີບໃຫຍ່; ປະກອບສ່ວນຍົກສູງຄວາມຮູ້ຂອງປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງທະຫານຊາຍແດນແຂວງຮ່າຕິ້ງ ກັບຄະນະພັກ, ອຳນາດການປົກຄອງ, ບັນດາກໍາລັງ ແລະປະຊາຊົນຢູ່ເຂດຊາຍແດນເຊິ່ງໜ້າ, ກໍ່ສ້າງພື້ນຖານທະຫານຊາຍແດນທົ່ວປວງຊົນໃຫ້ໜັກແໜ້ນ, ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ການນຳກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ມອບເງິນຊ່ວຍເຫຼືອ, ລົດຖີບ, ກະເປົ໋າເປ້, ປຶ້ມ ແລະເຄື່ອງໃຊ້ໃນການຮ່ຳຮຽນໃຫ້ນັກຮຽນ 5 ຄົນ. ພາບ: ມິງຕວ່ານ.

ເພື່ອໃຫ້ລາຍການ “ຊ່ວຍນ້ອງໄປໂຮງຮຽນ” ຢູ່ປະເທດເພື່ອນລາວ ບັນລຸໄດ້ໝາກຜົນສູງສຸດ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຊີ້ນຳບັນດາກົມກອງທີ່ກ່ຽວຂ້ອງສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ໂຮງຮຽນ ແລະຄອບຄົວຕິດຕາມກວດກາຢ່າງເປັນປະຈຳ ແລະສ້າງທຸກເງື່ອນໄຂທີ່ດີທີ່ສຸດໃຫ້ພວກນ້ອງນັກຮຽນເຫຼົ່ານີ້.

ໃນຊຸມປີຜ່ານມາ, ປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ” ຂອງທະຫານຊາຍແດນຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະບັນດາກົມກອງຢູ່ສອງຟາກຊາຍແດນ, ແຄມທະເລໄດ້ໜູນຊ່ວຍນັກຮຽນ 59 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບືນຕົວຂຶ້ນໃນການຮໍ່າຮຽນ; ຄ້າຍທະຫານຊາຍແດນໄດ້ຮັບລູກມາລ້ຽງ 5 ຄົນ; ໜູນຊ່ວຍເດັກນ້ອຍ 28 ຄົນໃນໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ” ດ້ວຍງົບປະມານໃນແຕ່ລະປີແມ່ນເກືອບ 1 ຕື້ດົ່ງ. ງົບປະມານແມ່ນໄດ້ຮັບການລະດົມຈາກພະນັກງານ, ນັກຮົບຜູ້ມີຈິດໃຈເຫຼື້ອມໃສສັດທາ, ສະໝັກໃຈບໍລິຈາກ.

ໂດຍ: ຈາງຫງວຽນ