ກ່າວຄຳເຫັນທີ່ງານບຸນ, ທ່ານ ໂຮ່ຊວນເລິມ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການຈັດຕັ້ງງານບຸນປີໃໝ່ ກໍາປູເຈຍ-ລາວ-ມຽນມາ-ໄທ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ເພື່ອແນໃສ່ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະບັນດາປະເທດບ້ານໃກ້ເຮືອນຄຽງ, ເພີ່ມທະວີການແລກປ່ຽນວັດທະນະທຳ ແລະການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນຫວຽດນາມ ເວົ້າລວມ, ປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ ກັບບັນດາປະເທດເພື່ອນມິດ.

leftcenterrightdel
ພະມະຫາອາຈານ ທິກທ້ຽນເຕິມ ເປັນປະທານໃນພິທີທາງພຸດທະສາສະໜາໃນຊ່ວງບຸນປີໃໝ່ ກໍາປູເຈຍ-ລາວ-ມຽນມາ-ໄທ. ພາບ: ທຸຍວີ

ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນກໍາປູເຈຍ, ບຸນປີໃໝ່ຂອງປະຊາຊົນລາວ, Thing Yang ຂອງປະຊາຊົນມຽນມາ ແລະກຸດສົງການຂອງປະຊາຊົນໄທ, ທ່ານ ໂຮ່ຊວນເລິມ ໄດ້ຕາງໜ້າປະຊາຊົນນະຄອນໂຮ່ຈີມິນ, ຄະນະບໍລິຫານງານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ແລະບັນດາສະມາຄົມສະມາຊິກໄດ້ອວຍພອນໃຫ້ປະເທດຊາດ ແລະປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະໄທ ຍາມໃດກໍ່ພັດທະນາ ແລະຈະເລີນຮຸ່ງເຮືອງ.

ຕາງໜ້າສະຖານກົງສູນໃຫຍ່, ທ່ານ ວັນໄຊ ແກ້ວວິໄລ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນ ໂຮ່ຈີມິນ  ຢືນຢັນວ່າ, ປີ 2024 ແມ່ນປີທີ່ມີຄວາມໝາຍອັນໃຫຍ່ຫຼວງຂອງ ສປປ ລາວ, ເປັນປີທີ່ທົ່ວພັກ, ລັດ ແລະທົ່ວປວງຊົນລາວ ບັນດາເຜົ່າຮ່ວມກັນຊົມເຊີຍຜົນສຳເລັດທີ່ບັນລຸໄດ້ໃນປີຜ່ານມາ, ພ້ອມທັງສ້າງບັນຍາກາດໃຫ້ແກ່ປີທ່ອງທ່ຽວແຫ່ງຊາດລາວ ແລະການເປັນປະທານໝູນວຽນຂອງອາຊຽນ. ເນື່ອງໃນໂອກາດບຸນປີໃໝ່ລາວ 2024, ຕາງໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ກໍ່ຄືປະຊາຊົນລາວບັນດາເຜົ່າທີ່ດຳລົງຊີວິດ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ, ທ່ານ ວັນໄຊ ແກ້ວວິໄລ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະອວຍພອນໄຊອັນປະເສີດມາຍັງການນໍາ ແລະປະຊາຊົນນະຄອນໂຮ່ຈີມິນ.

ໂດຍ: ໄຊນີດາ