ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຊີນລາ ໄດ້ຈັດຕັ້ງພິທີມອບພັນງົວ 50 ໂຕໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ບັນດາຕາແສງ ຈ່ຽງເຄືອ, ຈ່ຽງເຊີນ ແລະລອງເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ ແລະພັນງົວ 50 ໂຕໃຫ້ບັນດາຄອບຄົວທຸກຍາກຢູ່ເຂດບໍລິຫານ ປາຫາງ, ຮວຍຮ່ຽງ, ເມືອງ ສົບເບົາ, ແຂວງ ຫົວພັນ ສປປ ລາວ.

leftcenterrightdel
ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຊີນລາ ມອບພັນງົວໃຫ້ແກ່ປະຊາຊົນຢູ່ເມືອງ ສົບເບົາ, ແຂວງ ຫົວພັນ ສປປ ລາວ. ພາບ: bienphong.com.vn

ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອແນໃສ່ຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດ, ພ້ອມທັງສະແດງໃຫ້ເຫັນການຮວ່ມແຮງຮ່ວມໃຈ, ການປະກອບສ່ວນຂອງກໍາລັງທະຫານປ້ອງກັນຊາຍແດນໃນການເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຂາຍແດນ.

 

ແປໂດຍ: ຈາງຫງວຽນ