ທີ່ການພົບປະເຈລະຈາ, ການນຳສອງແຂວງໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ອໍານາດການປົກຄອງຂອງແຕ່ລະແຂວງ; ພ້ອມທັງ ສະເໜີບາງເນື້ອໃນການຮ່ວມມືລະຫວ່າງສອງທ້ອງຖິ່ນ.

ບົນເນື້ອໃນຈິດໃຈແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ, ຄະນະຜູ້ແທນຂັ້ນສູງແຂວງກວາງບິ່ງ ແລະແຂວງສາລະວັນ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບລົງນາມໃນບົດບັນທຶກການພົບປະເຈລະຈາດ້ວຍເນື້ອໃນ: ຍູ້ແຮງການໂຄສະນາ, ສຶກສາພະນັກງານ, ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ, ເຍົາວະຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ. ສອງແຂວງໄດ້ສົ່ງສານຊົມເຊີຍ, ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະກັນເນື່ອງໃນໂອກາດວັນບຸນສຳຄັນ, ບຸນເຕັດ ແລະວັນສະເຫຼີມສະຫຼອງຂອງສອງປະເທດ; ຊ່ວຍເຫຼືອເຊິ່ງກັນ ແລະກັນເມື່ອເກີດໄພພິບັດທຳມະຊາດ, ພະຍາດລະບາດ.

leftcenterrightdel
ການພົບປະເຈລະຈາລະຫວ່າງແຂວງກວາງບິ່ງ ແລະແຂວງສາລະວັນ (ລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ສອງແຂວງກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ; ສົ່ງເສີມ ແລະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດລົງທຶນເຂົ້າການຜະລິດ, ດຳເນີນທຸລະກິດໃນຂົງເຂດທີ່ເໝາະສົມກັບກໍາລັງຄວາມສາມາດ, ທ່າແຮງຂອງແຕ່ລະແຂວງ; ສົ່ງເສີມການຮ່ວມມືໃນຂົງເຂດອື່ນໆ ທີ່ເໝາະສົມກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູ້ດ້າຍຖັງ ເລຂາພັກແຂວງກວາງບິ່ງ ຢືນຢັນວ່າ: ການພົບປະເຈລະຈາ, ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສອງແຂວງ ແມ່ນບາດກ້າວຫັນປ່ຽນໃໝ່ໃນການພົວພັນ; ເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນແຂວງສາລະວັນ, ບັນດາພະແນກ, ຂະແໜງການຂອງສອງແຂວງຈະມີກາລະໂອກາດໄດ້ແລກປ່ຽນຂໍ້ມູນຂ່າວສານ, ເປີດກວ້າງການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ທ່ານ ດາວວົງ ພອນແກ້ວ ເລຂາພັກແຂວງ, ເຈົ້າແຂວງໆສາລະວັນ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຂອງແຂວງກວາງບິ່ງ ໃນໄລຍະຜ່ານມາ; ພ້ອມດຽວກັນນັ້ນ ທ່ານຍັງຢືນຢັນວ່າ ການຢ້ຽມຢາມຈະເປີດກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງແຂວງໃນອະນາຄົດ. ທ່ານເຈົ້າແຂວງໆສາລະວັນ ໃຫ້ຄຳໝັ້ນສັນຍາວ່າ ຈະຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີແຂວງ ກວາງບິ່ງ ໃຫ້ນັບມື້ນັບເລິກເຊິ່ງ, ໝັ້ນຄົງ.

ໂດຍ: ຈາງຫງວຽນ