leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຖົ໊ງເຍິດ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, “ຫວຽດນາມ ບັນລຸໄດ້ຜົນສໍາເລັດຫຼາຍຢ່າງຜ່ານການຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ”. ເຖິງວ່າເວລາໜ້ອຍກໍ່ຕາມ, ແຕ່ກອງປະຊຸມໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະມີຄວາມປອດໄພທີ່ສຸດ. ຖານະບົດບາດ ແລະວຽກງານກະກຽມໃຫ້ກອງປະຊຸມຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກການນໍາຂອງອາເມລິກາ, ສປປ.ເກົາຫຼີ ແລະປະຊາຄົມສາກົນ. ຫວຽດນາມ ໄດ້ສະແດງໃຫ້ເຫັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ມີສັນຕິພາບ, ການຮ່ວມມື ແລະພັດທະນາ, ໄດ້ສະແດງໃຫ້ເຫັນວ່າແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຕັ້ງໜ້າຊຸກຍູ້ວິວັດທະນາການສັນຕິພາບຢູ່ແຫຼມເກົາຫຼີ. ໂດຍສະເພາະ, ຮູບພາບປະເທດຫວຽດນາມ ຮັກຫອມສັນຕິພາບ, ຊາວຫວຽດນາມມີຄວາມສະໜິດສະໜົມ, ມີວັດທະນະທໍາທີ່ເປັນເອກະລັກສະເພາະ, ມີອາຫານການກິນທີ່ອຸດົມສົມບູນ, ມີຄວາມສະຫງົບປອດໄພ ແລະບັນລຸໄດ້ໝາກຜົນຫຼາຍຢ່າງໃນກິດຈະການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ ແລະໄດ້ຮັບການໂຄສະນາເຜີຍແຜ່ອອກສູ່ໂລກ.

ໂດຍ: ທູຈາງ