ຕາມປົກກະຕິ, ເມື່ອໄປປະຕິບັດງານຢູ່ປະເທດໃດໜຶ່ງ, ຄວາມເປັນຫ່ວງໃຍທີ່ສຸດຂອງວົງການສື່ມ່ວນຊົນ ນັ້ນແມ່ນຄຸນນະພາບອິນເຕີແນັດ. ຍ້ອນໃນໂລກແຫ່ງຂໍ້ມູນຂ່າວສານໃນປັດຈຸບັນ, ອິນເຕີແນັດ “ມີຄຸນນະພາບ”, ການສົ່ງຂໍ້ມູນຂ່າວສານຈຶ່ງໄວໄດ້ ແລະກົງກັນຂ້າມ. ນັ້ນອາດຈະແມ່ນຄວາມກັງວົນລວມຂອງນັກຂ່າວຂອງບັນດາສຳນັກຂ່າວສານໃນທົ່ວໂລກກ່ອນທີ່ຈະມາຫວຽດນາມ ໃຫ້ຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ.

leftcenterrightdel
ການປະຕິບັດງານຂອງບັນດານັກຂ່າວສາກົນທີ່ກອງປະຊຸມໄດ້ດໍາເນີນຢ່າງສະດວກດີ. ພາບ: ຈ້ອງຫາຍ.

ຕາມທ່ານ ຟ້າມແອງດຶກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ເຄືອຂ່າຍ Viettel ແລ້ວ, ທີ່ກອງປະຊຸມສຸດຍອດ ສ.ອາເມລິກາ-ສປປ.ເກົາຫຼີ ຢູ່ຮ່າໂນ້ຍ, Viettel ໄດ້ຮັບໜ້າທີ່ສະໜອງບໍລິການອິນເຕີແນັດ, ບໍລິການໂທລະສັບຕັ້ງໂຕະ ແລະບັນດາບໍລິການ 2G, 3G, 4G ເພື່ອຮັບປະກັນການປະຕິບັດງານຂອງບັນດານັກຂ່າວສາກົນກໍຄືນັກຂ່າວຫວຽດນາມ.

ໃນຂະນະນັ້ນ, VNPT ເປັນຫົວໜ່ວຍຮັບໜ້າທີ່ສະໜອງບໍລິການໂທລະພາບ  ແລະໂທລະພາບດາວທຽມ ຮັບໃຊ້ບັນດາສໍານັກຂ່າວສານ, ສື່ມວນຊົນທັງພາຍໃນ ແລະຕ່າງປະເທດທີ່ມີໜ້າຢູ່ກອງປະຊຸມສຸດຍອດໃນຄັ້ງນີ້. ໂດຍຮູ້ແລ້ວວ່າ, VNPT ສະໜອງການເຊື່ອມຕໍ່ເຄືອຂ່າຍ LAN ແລະ wifi ໃຫ້ຜູ້ເຂົ້ານໍາໃຊ້ອິນເຕີແນັດຢ່າງໜ້ອຍສຸດ 4.150 ຄົນ,  ດ້ວຍຄວາມໄວຕໍ່າສຸດແມ່ນ 20Mbps ເມື່ອນໍາໃຊ້ເຄືອຂ່າຍ LAN ແລະ 10Mbps ເມື່ອນໍາໃຊ້ wifi ໃຫ້ແຕ່ລະຄົນ. ຄວາມໄວນີ້ສາມາດຕອບສະໜອງຄວາມຕ້ອງການຂອງນັກຂ່າວ ຄື: ຖ່າຍວິດີໂອ, ຖ່າຍຮູບ, livestream, ລົງບົດຂ່າວ ຢ່າງດີທີ່ສຸດ.

ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນ, ຜູ້ຕາງໜ້າຂອງ Viettel ແລະ VNPT ລ້ວນແຕ່ຖືວ່າ, ຄວາມຫຍຸ້ງຍາກທີ່ສຸດ ແລະເສຍເຫື່ອແຮງຫຼາຍທີ່ສຸດແມ່ນວິວັດການກະກຽມ, ຍ້ອນເວລາບໍ່ຫຼາຍ. ເພື່ອປະຕິບັດສໍາເລັດພື້ນຖານໂຄງລ່າງໂທລະຄົມມະນາຄົມຮັບໃຊ້ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ, ບັນດາພາລະກອນຂອງ Viettel ມີບາງຄົນເຮັດວຽກຕະຫຼອດ 4-5 ມື້ບໍ່ໄດ້ຫຼັບຈັກເທື່ອ.

leftcenterrightdel
ພາລະກອນເຕັກນິກຂອງ Viettel ໜູນຊ່ວຍບັນດານັກຂ່າວສາກົນທີ່ສູນສື່ມວນຊົນ. ພາບ: ຈ້ອງຫາຍ.

ຍ້ອນແນວນັ້ນ, ໃນຊຸມວັນດໍາເນີນກອງປະຊຸມ, ການເຄື່ອນໄຫວສົ່ງຂ່າວຂອງວົງການສື່ມວນຊົນທີ່ສູນສື່ມວນຊົນສາກົນໄດ້ຮັບການຕີລາຄາວ່າໄດ້ດີທີ່ສຸດ, ແລະພິເສດແມ່ນບໍ່ເກີດເຫດຫຍັງທີ່ສົ່ງຜົນສະທ້ອນເຖິງການປະຕິບັດງານຂອງບັນດານັກຂ່າວ.

ນອກຈາກນີ້, ທ່າທີຮັບໃຊ້ກໍໄດ້ຮັບຖືວ່າແມ່ນ “ຄະແນນບວກ” ທີ່ສະຫງວນໃຫ້ແກ່ຖັນແຖວພະນັກງານ, ພາລະກອນຂອງ VNPT ກໍຄື Viettel ທີ່ກອງປະຊຸມ. ໃນແຕ່ລະມື້, Viettel ລ້ວນແຕ່ມີພາລະກອນປະຈໍາການຢູ່ສູນສື່ມວນຊົນປະມານ 100 ຄົນ, ທັງໜູນຊ່ວຍບັນດານັກຂ່າວ, ທັງປະຈໍາການຢູ່ທາງນອກເພື່ອຮັບປະກັນໃຫ້ບັນດາສາຍກາບບໍ່ຖືກທຳລາຍ ແລະໃນກໍລະນີສາຍກາບຖືກຂາດໂດຍສາເຫດພາວະວິໄສຈະແກ້ໄຂຢ່າງທັນການ.

Hirotuki Haneuji, ນັກຂ່າວຂອງຊ່ອງໂທລະພາບ TBS (ຍີ່ປຸ່ນ) ໃຫ້ຮູ້ວ່າ, ໜຶ່ງໃນບັນດາສາເຫດທີ່ເຮັດໃຫ້ວຽກງານຂອງລາວ ດໍາເນີນຢ່າງວ່ອງໄວ ແລະມີປະສິດທິຜົນ ນັ້ນແມ່ນຍ້ອນຄຸນນະພາບສາຍສົ່ງອິນເຕີແນັດ “ດີທີ່ສຸດ” ທີ່ສູນສື່ມວນຊົນສາກົນ. ສ່ວນທ່ານນາງ  Chris Anne Gonzales ນັກຂ່າວຍິງຂອງຊ່ອງໂທລະພາບ UNTV News & Rescue  ຂອງຟີລິບປິນ ໄດ້ແບ່ງປັນວ່າເມື່ອມາປະຕິບັດງານຢູ່ຮ່າໂນ້ຍ, ລາວຈຶ່ງເຫັນໄດ້ວ່າການບໍລິການອິນເຕີແນັດຂອງຫວຽດນາມ ລື່ນກາຍຫຼາຍປະເທດໃນພາກພື້ນ. ນັກຂ່າວ Chris Anne Gonzales ຍັງຍ້ອງຍໍວ່າຄຸນນະພາບອິນເຕີແນັດຢູ່ຫວຽດນາມ ນອນໃນ top ດີທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ທ່ານ ຟ້າມແອງດຶກ ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນວ່າ, “ອ້າຍນ້ອງເຕັກນິກຂອງ Viettel ທຸກຄົນ ຖືການຮັບໃຊ້ກອງປະຊຸມສຸດຍອດ ສ.ອາເມລິກາ - ສປປ.ເກົາຫຼີ ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ເພາະນີ້ບໍ່ພຽງແຕ່ແມ່ນການເຮັດວຽກໃຫ້ແກ່ສະເພາະ Viettel ເທົ່ານັ້ນ ຫາກຍັງແມ່ນການເຮັດວຽກເພື່ອຮູບພາບຂອງກອງທັບ ແລະປະເທດຊາດອີກດ້ວຍ. ສະນັ້ນ, ຄຸນນະພາບການບໍລິການຕ້ອງໄດ້ດີ, ບໍ່ໃຫ້ສົ່ງຜົນສະທ້ອນເຖິງການປະຕິບັດງານຂອງບັນດານັກຂ່າວທັງພາຍໃນ ແລະຕ່າງປະເທດ”.

ບັນດາຄວາມມານະພະຍາຍາມຂອງ VNPT ແລະ Viettel ກ່ອນ ແລະໃນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ ບໍ່ພຽງແຕ່ສ້າງຄວາມປະທັບໃຈອັນດີງາມຕໍ່ວົງການສື່ມວນຊົນສາກົນເທົ່ານັ້ນ, ຫາກຜ່ານນັ້ນຍັງປະກອບສ່ວນຢັ້ງຢືນວ່າ, ຫວຽດນາມມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດຕັ້ງບັນດາເຫດການສາກົນໃຫຍ່ອີກດ້ວຍ.

ໂດຍ: ໄຊຊະນະ