ພາຍຫຼັງໄປຮອດໂຮງແຮມ Sofitel Legend Metropole, ການນໍາສອງທ່ານໄດ້ຈັບມື, ຖ່າຍຮູບເປັນທີ່ລະນຶກ ແລະແລກປ່ຽນນໍາກັນຕໍ່ການເປັນສັກຂີພິຍານຂອງວົງການສື່ມວນຊົນ.

ທ່ານ Donald Trump ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ  ທີ່ດໍາເນີນຢູ່ຫວຽດນາມ ນັ້ນຈະແມ່ນ “ປະສົບຜົນສໍາເລັດທີ່ສຸດ”. ທ່ານຕີລາຄາວ່າ ສປປ.ເກົາຫຼີ ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດອັນໃຫຍ່ຫຼວງ ແລະທ່ານກໍ່ໃຫ້ຮູ້ວ່າ ສ.ອາເມລິກາ ຈະໜູນຊ່ວຍເພື່ອໃຫ້ ສປປ.ເກົາຫຼີ ບັນລຸໄດ້ບັນດາໝາກຜົນທາງດ້ານເສດຖະກິດທີ່ດີງາມກວ່າເກົ່າ.

leftcenterrightdel
ທ່ານ Donald Trump ປະທານາທິບໍດີ ສ.ອາເມລິກາ ຈັບມືທ່ານ Kim Jong Un ປະທານ ສປປ. ເກົາຫຼີ ຢູ່ໂຮງແຮມ Sofitel Legend Metropole. ພາບ: qdnd.vn.

ສ່ວນທ່ານ Kim Jong Un ຢັ້ງຢືນວ່າ, ທ່ານໄດ້ລໍຖ້າການພົບປະກັບທ່ານ Donald Trump ໃນຄັ້ງນີ້ ແລະໃຫ້ຄໍາໝັ້ນສັນຍາວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ  ປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທູຈາງ