ສອງຄະນະໄດ້ອອກຈາກສະຖານທີ່ດໍາເນີນກອງປະຊຸມສຸດຍອດ ໄວກວ່າເວລາທີ່ຄາດຄະເນໄວ້ ແລະບໍ່ໄດ້ຮັບປະທານອາຫານທ່ຽງນຳກັນລະຫວ່າງສອງຄະນະ ຄືແຜນການທີ່ໄດ້ວາງອອກກ່ອນໜ້ານັ້ນ.

leftcenterrightdel
ທ່ານ Donald Trump ປະທານາທິບໍດີ ສ.ອາເມລິກາ ແລະທ່ານ Kim Jong Un ປະທານ ສປປ.ເກົາຫຼີ   ທີ່ການປະຊຸມເປີດກວ້າງກັບບັນດາເຈົ້າໜ້າທີ່ສອງປະເທດໃນມື້ທີ 2 ຂອງກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ  ສ. ອາເມລິກາ - ສປປ.ເກົາຫຼີ ໃນວັນທີ 28-2-2019. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Sarah Sander, ເລຂາສື່ມວນຊົນຂອງທໍານຽບຂາວ ໄດ້ແຈ້ງໃຫ້ຊາບວ່າ: “ບໍ່ມີຂໍ້ຕົກລົງໃດໄດ້ຮັບການລົງນາມໃນຈຸດເວລານີ້, ແຕ່ວ່າທັງສອງຄະນະ ລ້ວນແຕ່ລໍຖ້າວ່າຈະມີການພົບປະຄັ້ງຕໍ່ໄປໃນອະນາຄົດ”.

leftcenterrightdel
 
leftcenterrightdel
 
leftcenterrightdel
ບັນດານັກຂ່າວ ອັບເດັດຂ່າວກ່ອນທີ່ຈະດໍາເນີນການປະຊຸມຂ່າວ. ພາບ: qdnd.vn.

ທ່ານນາງ Sarah Sander ໃຫ້ຮູ້ຕື່ມອີກວ່າ: “ທ່ານ Donald Trump ແລະທ່ານ Kim Jong Un  ໄດ້ມີການພົບປະທີ່ມີລັກສະນະສ້າງສັນ ແລະຈົບງາມທີ່ສຸດຢູ່ຮ່າໂນ້ຍ (ສສ.ຫວຽດນາມ) ໃນວັນທີ 27-28 ກຸມພາ. ການນໍາທັງສອງທ່ານ ໄດ້ປຶກສາຫາລືບັນດາວິທີການທີ່ແຕກຕ່າງກັນເພື່ອກ້າວໄປເຖິງການປອດນິວເຄຼຍ ແລະຊຸກຍູ້ເສດຖະກິດ (ຢູ່ແຫຼມເກົາຫຼີ).

leftcenterrightdel
ທ່ານ Donald Trump ປະທານາທິບໍດີ ສ. ອາເມລິກາ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ  ແລະຕອບຄຳຖາມຕໍ່ນັກຂ່າວ ແລະສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ  ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງຮ່ວມ, ທ່ານ Donald Trump ໄດ້ດໍາເນີນການປະຊຸມຂ່າວຢູ່ໂຮງແຮມ Marriott. ສິ້ນສຸດການປະຊຸມຂ່າວ, ທ່ານ Donald Trump ກໍ່ໄດ້ຂຶ້ນເຮືອບິນກັບຄືນປະເທດ.

ໂດຍ: ທູຈາງ