ໄດ້ຕ້ອນຮັບນັກຂ່າວນັບຫຼາຍພັນຄົນທັງຢູ່ພາຍໃນ ແລະຕ່າງປະເທດທີ່ມາປະຕິບັດງານ, ເອົາຂ່າວ, ບົດ, ຮູບພາບຕ່າງໆກ່ຽວກັບບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ ກໍຄືວຽກງານຈັດຕັ້ງ, ບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງຫວຽດນາມ.

ດ້ວຍນັກຂ່າວນັບຫຼາຍພັນຄົນທີ່ມາປະຕິບັດງານຢູ່ທີ່ນີ້ໃນແຕ່ລະມື້, ສາມາດເວົ້າໄດ້ວ່າ IMC ແມ່ນສູນສື່ມວນຊົນຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ-ສປປ.ເກົາຫຼີ, ແມ່ນບ່ອນສະໜອງທຸກຂໍ້ມູນຂ່າວສານກ່ຽວກັບກອງປະຊຸມ ແລະບັນດາການເຄື່ອນໄຫວສອງຝ່າຍ, ມີຄວາມປະທັບໃຈກ່ຽວກັບລະດັບການຈັດຕັ້ງກອງປະຊຸມຂອງປະເທດເຈົ້າພາບ ກໍຄືກ່ຽວກັບປະເທດຊາດ, ຊາວຫວຽດນາມໄດ້ເຜີຍແຜ່ອອກສູ່ທົ່ວໂລກຢ່າງວ່ອງໄວ, ແນະນໍານະຄອນຫຼວງຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, ປະເທດຫວຽດນາມ ມີຄວາມສະໜິດສະໜົມ, ຮັກແຂກແພງຄົນ.

ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການເຄື່ອນໄຫວຢູ່ IMC.

leftcenterrightdel
 ສູນສື່ມວນຊົນສາກົນ (IMC). ພາບ: qdnd.vn.
leftcenterrightdel
ປະຕູໂຂງກວດກາຮັບປະກັນການປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ. ພາບ: qdnd.vn.
leftcenterrightdel
ເຂດສື່ມວນຊົນຂອງບັນດານັກຂ່າວທຳນຽບຂາວ. ພາບ: qdnd.vn.
leftcenterrightdel
ນັກຂ່າວສາມຄົນຂອງທຳນຽບຂາວພວມປະຕິບັດງານ. ພາບ: qdnd.vn.
leftcenterrightdel
ບັນດາພາລະກອນອາສາສະໝັກຊ່ວຍເຫຼືອນັກຂ່າວຕ່າງປະເທດຢູ່ສູນຢ່າງສຸດໃຈ. ພາບ: qdnd.vn.
leftcenterrightdel
ນັກຂ່າວຍິງສາກົນຜູ້ໜຶ່ງພວມປະຕິບັດງານ. ພາບ: qdnd.vn.
leftcenterrightdel
ເຂດຮັບປະທານອາຫານຂອງສູນຮັບໃຊ້ບັນດາຄາບເຂົ້າໂດຍບໍ່ເສຍຄ່າດ້ວຍອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ແລະຫວຽດນາມ. ພາບ: qdnd.vn.

ໂດຍ: ເຈິ່ນຮວ່ຽນ