ທີ່ການພົບປະເຈລະຈາ, ທ່ານ ຟ້າມບິ່ງມິງ ຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ເປັນສໍາຄັນ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າ ແລະຮອບດ້ານຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ ຄື: ເສດຖະກິດ-ການຄ້າ, ການສຶກສາ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພ້ອມທັງຖືວ່າ ສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນໆ ຄື: ມ້າງທຳລາຍລະເບີດ, ໝາກມິນບໍ່ທັນແຕກ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ...

leftcenterrightdel
ທ່ານ ຟ້າມບິ່ງມິງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: baochinhphu.vn.

ທ່ານ Mike Pompeo ຢືນຢັນວ່າ, ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ແລະຈະສືບຕໍ່ຮ່ວມມືກັບຫວຽດນາມ ຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນໄລຍະຈະມາເຖິງ; ປາດຖະໜາວ່າ ປະເທດຫວຽດນາມ ມີຄວາມເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ, ສວມບົດບາດນັບມື້ນັບສໍາຄັນຢູ່ພາກພື້ນອິນເດຍ-ປາຊີຟິກ.

leftcenterrightdel
 ບັນຍາກາດທີ່ການພົບປະເຈລະຈາ. ພາບ: baochinhphu.vn.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນຄືນໃໝ່ສະໜັບສະໜູນເລື່ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS); ເຄົາລົບບັນດາວິວັດທະນາການທາງການທູດ ແລະນິຕິກຳຢ່າງຄົບຖ້ວນ, ປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.

ໂດຍ: ຄໍາແພງ