leftcenterrightdel
ການນຳ Kim Jong un ໄດ້ໄປຮອດຫວຽດນາມ. ພາບ: vov.vn.

ຕາມ KCNA ແລ້ວ, ການນຳ Kim Jong un ກໍ່ດຳເນີນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1-2 ມີນາ, ພາຍຫຼັງການພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump.

ກໍ່ຕາມ KCNA, ໃນມື້ທຳອິດຢູ່ຮ່າໂນ້ຍ, ການນຳ Kim Jong un ໄດ້ໄປຢ້ຽມຢາມສະຖານທູດສປປ.ເກົາຫຼີ ແລະຮຽກຮ້ອງຄວາມມານະພະຍາຍາມເພື່ອແນໃສ່ “ປັບປຸງການພົວພັນມິດຕະພາບ ແລະການຮ່ວມມືເລິກເຊິ່ງລະຫວ່າງສອງພັກ ແລະສອງ ລັດ”. ນອກນັ້ນ, KCNA ກໍ່ຍົກໃຫ້ເຫັນການຕ້ອນຮັບທີ່ອົບອຸ່ນຂອງປະຊາຊົນຫວຽດນາມ ຢູ່ຕາມຖະໜົນສາຍຕ່າງໆ ເພື່ອຕ້ອນຮັບການຢ້ຽມຢາມຂອງການນຳສປປ.ເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn