ທີ່ການພົບປະ, ທ່ານ Donald Trump ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ຫຼັງຈາກນັ້ນ, ສອງຝ່າຍໄດ້ດຳເນີນການພົບປະ. ນີ້ແມ່ນຄັ້ງທີ 2 ທີ່ທ່ານ Donald Trump ປະທານາທິບໍດີອາເມລິກາ ມາຫວຽດນາມ. ເດືອນ ພະຈິກ 2017, ທ່ານ Donald Trump ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຢູ່ດ່ານັ້ງ.

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານຈະເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບ ແລະພົບປະກັບທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.
leftcenterrightdel
 
leftcenterrightdel
 
leftcenterrightdel
ບັນຍາກາດທີ່ການພົບປະລະຫວ່າງການນຳສອງທ່ານຂອງຫວຽດນາມ ແລະອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.
leftcenterrightdel
 
leftcenterrightdel
 
leftcenterrightdel
ການນຳສອງທ່ານເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື, ຕາມນັ້ນແລ້ວ, Vietjet ຈະຊື້ເຮືອບິນ 100 ລຳ ແລະບໍລິສັດການບິນ Bamboo ຈະຊື້ເຮືອບິນ 10 ລຳ ຂອງບໍລິສັດ Boeing. ພາບ: ສຳນັກຂ່າວສານຫວຽດນາມ.

 

ໂດຍ: ແສງເດືອນ