leftcenterrightdel
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕ້ອນຮັບທ່ານ Kim Jong Un ປະທານ ສປປ.ເກົາຫຼີ  ຢູ່ສະຖານີລົດໄຟດົ່ງດັງ. ພາບ: qdnd.vn.

ຕ້ອນຮັບທ່ານ Kim Jong Un ມີທ່ານ ຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ມາຍຕ໋ຽນຢູງ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຫວຽດນາມ; ທ່ານ ເລຮວ່າຍຈູງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ການນໍາບາງກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ. ນັກຮຽນນັບຫຼາຍຮ້ອຍຄົນມືຖືດອກໄມ້, ທຸງຊາດຫວຽດນາມ ແລະທຸງຊາດ ສປປ.ເກົາຫຼີ ຕ້ອນຮັບທ່ານປະທານ Kim Jong Un. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານ Kim Jong Un ໄດ້ຂຶ້ນລົດອອກຈາກສະຖານີລົດໄຟເດີນທາງໄປນະຄອນຫຼວງຮ່າໂນ້ຍ.

ໃນເວລາ 20 ໂມງ 58 ນາທີຂອງວັນທີ 26 ກຸມພາ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ມາຮອດສະໜາມບິນສາກົນໂນ້ຍບ່າຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ສ.ອາເມລິກາ - ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ ກັບທ່ານປະທານ Kim Jong Un ແລະມີບັນດານການເຄື່ອນໄຫວສອງຝ່າຍກັບຫວຽດນາມ.

leftcenterrightdel
ທ່ານ ມາຍຕ໋ຽນຢູງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຫວຽດນາມ; ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ຕ້ອນຮັບທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕ້ອນຮັບທ່ານ Donald Trump ມີທ່ານ ມາຍຕ໋ຽນຢູງ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຫວຽດນາມ; ທ່ານ ບຸ່ຍແທງເຊີນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນດຶກຈູງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ; ທ່ານພົນໂທ ບຸ່ຍວັນນາມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ; ທ່ານ ຈູວັນອຽມ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ; ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ.

ເວລາ 21 ໂມງ 50 ນາທີຂອງວັນທີ 26 ກຸມພາ, ຂະບວນລົດຕ້ອນຮັບທ່ານ Donald Trump ໄດ້ອອກຈາກສະໜາມບິນສາກົນໂນ້ຍບ່າຍໄປຍັງໂຮງແຮມ Marriott ຮ່າໂນ້ຍ. ບົນເສັ້ນທາງໄປຈາກສະໜາມບິນສາກົນໂນ້ຍບ່າຍກັບມາໂຮງແຮມ. ຊາວນະຄອນຫຼວງຮ່າໂນ້ຍຫຼາຍຄົນມືຖືດອກໄມ້, ທຸງຊາດຫວຽດນາມ ແກ່ວງຕ້ອນຮັບຂະບວນລົດຂອງທ່ານ Donald Trump ປະທານາທິບໍດີອາເມລິກາ.

ໂດຍ: ເຈິ່ນຮວ່ຽນ