ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະເປັນປະທານ ແລະເຂົ້າຮ່ວມບັນດາເຫດການສຳຄັນຂອງສັບປະດາຂັ້ນສູງ APEC 2017, ລວມມີ: ການເຈລະຈາລະຫວ່າງບັນດາການນຳເສດຖະກິດ APEC ກັບສະພາທີ່ປຶກສາວິສະຫະກິດ APEC (ABAC) ແລະເຈລະຈາຂັ້ນສູງບໍ່ເປັນທາງການລະຫວ່າງ APEC ກັບ ASEAN  ໃນວັນທີ 10 ພະຈິກ; ພິທີຕ້ອນຮັບບັນດາການນຳເສດຖະກິດ APEC, ພັນລະຍາ/ສາມີ ແລະງານລ້ຽງ, ສະແດງສິລະປະຂ່ຳນັບຮັບຕ້ອນກອງປະຊຸມບັນດາການນຳເສດຖະກິດ APEC ຢ່າງເປັນທາງການແມ່ນຕອນຄ່ຳວັນທີ  10 ພະຈິກ; ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ  25 ແມ່ນຈັດຂຶ້ນໃນວັນທີ 11 ພະຈິກ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຈະກ່າວປາໄສໄຂກອງປະຊຸມສຸດຍອດວິສະຫະກິດ APEC, ເຊິ່ງຈະດຳເນີນແຕ່ວັນທີ 8 ຫາວັນທີ 10 ພະຈິກ.

leftcenterrightdel
ພາບປະກອບຄັດຈາກ vtv.vn

ພັນລະຍາປະທານປະເທດ ຫງວຽນທິຮ່ຽນ ຈະເປັນປະທານລາຍການພັນລະຍາ/ສາມີບັນດາການນຳເສດຖະກິດ APEC ໃນວັນທີ 11 ພະຈິກ ທີ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ແລະນະຄອນ ດ່າໜັ້ງ.

ຫວຽດນາມ ກໍ່ຈະຈັດຕັ້ງກອງປະຊຸມສຸດຍອດດຳເນີນທຸລະກິດຫວຽດນາມ ດ້ວຍການເຂົ້າຮ່ວມ ແລະກ່າວຄຳປາໄສໄຂກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນວັນທີ 7 ພະຈິກ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະທ່ານ ເຈີ່ນຕ໋ວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຈະເປັນປະທານຮ່ວມກອງປະຊຸມລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 29, ໃນວັນທີ 8 ພະຈິກ.  ປະທານກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC 2017, ທ່ານຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຈະເປັນປະທານກອງປະຊຸມສະຫຼຸບຂອງບັນດາເຈົ້າໜ້າທີ່ອາວຸໂສ APEC, ແຕ່ວັນທີ 6 ຫາວັນທີ 7 ພະຈິກ.

ເນື່ອງໃນໂອກາດນີ້, ກໍ່ຈະດຳເນີນກອງປະຊຸມ ABAC, ແຕ່ວັນທີ 4 ຫາວັນທີ 6 ພະຈິກ ແລະເວທີປາໄສກ່ຽວກັບທັດສະນະລວມອານາຄົດ APEC, ແຕ່ວັນທີ 6 ຫາວັນທີ 10 ພະຈິກ 2017.

 

ແປໂດຍ: ຮຸຍດົງ