leftcenterrightdel
ຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການ, ບັນດາວິສາຫະກິດຖ່າຍຮູບເປັນທີ່ລະນຶກທີ່ພິທີ ປຸກລະດົມ. ພາບ: ກີມເງິນ

ຍຸດໂທບາຍ “ຮອຍຍິ້ມ ດ່ານັ້ງ” ຮຽກຮ້ອງ, ຂົນຂວາຍບັນດາປະຊາຊົນທຸກຊັ້ນຄົນ ຢູ່ ດ່ານັ້ງ ຍາມໃດກໍ່ຈົ່ງຍິ້ມແຍ້ມແຈ່ມໄສ, ທັກທາຍສະບາຍດີ, ຍີ້ມຕ້ອນຮັບໝູ່ເພື່ອນ ແລະນັກທ່ອງທ່ຽວ. ຜ່ານນັ້ນສ້າງເປັນຄວາມຊິນເຄີຍ, ການກະທຳ, ການປະພຶດທີ່ສິວິໄລ, ທ່າທີກິລິຍາສຸພາບຮຽບຮ້ອຍ, ເປັນມິດຂອງຖັນແຖວພະນັກງານທີ່ເຮັດວຽກໃນຂະແໜງທ່ອງທ່ຽວ ແລະບັນດາຂະແໜງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວທ່ອງທ່ຽວ, ຖັນແຖວແຮງງານຂອງບັນດາວິສາຫະກິດການເຄື່ອນໄຫວດຳເນີນທຸລະກິດ ແລະບັນດາຂະແໜງການບໍລິການອື່ນໆ, ປະກອບສ່ວນສ້າງຄວາມປະທັບໃຈອັນດີງາມເຖິງບັນດານັກທ່ອງທ່ຽວ, ພິເສດແມ່ນເຖິງບັນດາຜູ້ແທນເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ເຊິ່ງຈະດໍາເນີນໃນເດືອນພະຈິກຈະມາເຖິງ. ຍຸດໂທບາຍ “ຮອຍຍິ້ມ ດ່ານັ້ງ” ຈະໄດ້ດໍາເນີນຮອດເດືອນທັນວາ 2017.

 

ແປໂດຍ: ເຈີ່ນຮວ່ຽນ