ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ ສູນສື່ມວນຊົນສາກົນສັບປະດາຂັ້ນສູງ APEC 2017 ແມ່ນໜຶ່ງໃນບັນດາກິດຈະການຈຸດສຸມເພື່ອຮັບໃຊ້ປີ APEC 2017.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະບັນດາຜູ້ແທນໄດ້ຕັດແຖບຜ້າເປີດນຳໃຊ້ສູນສື່ມວນຊົນສາກົນສັບປະດາຂັ້ນສູງ APEC 2017. ພາບ: baochinhphu.vn. 

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ສັບປະດາ APEC ແມ່ນເຫດການພົວພັນຕ່າງປະເທດມີລະດັບສາກົນຂະໜາດໃຫຍ່, ດຶງດູດຄວາມສົນໃຈພິເສດຂອງຫາງສຽງສື່ມວນຊົນພາຍໃນປະເທດ, ພາກພື້ນ ແລະສາກົນ. ບັນດານັກຂ່າວສາກົນຈະມີໜ້າເປັນຈຳນວນຫຼວງຫຼາຍ, ເພື່ອຕິດຕາມໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC. ມາຮອດປັດຈຸບັນໄດ້ມີນັກຂ່າວຫວຽດນາມ ແລະນັກຂ່າວຕ່າງປະເທດປະມານ 2.600 ຄົນທີ່ມາຈາກຫຼາຍອົງການສື່ມວນຊົນ, ບັນດາພື້ນຖານເສດຖະກິດ APEC, ໃນນັ້ນມີຫຼາຍສຳນັກຂ່າວ, ສື່ມວນຊົນໃຫຍ່ທີ່ສຸດຂອງໂລກໄດ້ລົງທະບຽນເຂົ້າຮ່ວມໃຫ້ຂ່າວກ່ຽວກັບສັບປະດາຂັ້ນສູງ APEC 2017 ທີ່ນະຄອນດ່າໜັ້ງຈະມາເຖິງ.

 

 ໃນສັບປະດາຂັ້ນສູງ APEC 2017 ຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຫວັງວ່າບັນດານັກຂ່າວພາຍໃນ ແລະຕ່າງປະເທດຈະສືບຕໍ່ໃຫ້ຂ່າວຢ່າງທັນການ, ຕັ້ງໜ້າ, ຫຼາຍຮູບຫຼາຍແບບກ່ຽວກັບສັບປະດາຂັ້ນສູງເພື່ອໃຫ້ປະຊາຊົນພາຍໃນປະເທດ ແລະເພື່ອນມິດສາກົນກຳໄດ້ບັນດາການເຄື່ອນໄຫວ ແລະຜົນງານຂອງປະເທດເຈົ້າພາບຫວຽດນາມ ກໍ່ຄືອາລົມຈິດ ແລະຄວາມຮັກແພງແຂກຄົນຂອງຊາວຫວຽດນາມ ທີ່ມີຕໍ່ເພື່ອນມິດສາກົນ. ຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ຈະປະກອບສ່ວນຍົກສູງຮູບພາບ ແລະຖານະບົດບາດຂອງຫວຽດນາມ ບົນເວທີສາກົນຢ່າງແນ່ນອນ. ສູນສື່ມວນຊົນສາກົນສັບປະດາຂັ້ນສູງ APEC 2017 ຕັ້ງຢູ່ຖະໜົນແກກມ້າງທ໋າງຕ໋າມ, ຕາແສງ ເຫວ້ຈູງ, ເມືອງເກີມເລ້ ກຽມພ້ອມຕ້ອນຮັບນັກຂ່າວພາຍໃນປະເທດ ແລະຕ່າງປະເທດ 2000 ກ່ວາຄົນມາໃຫ້ຂ່າວ.

 

leftcenterrightdel
ພາຍໃນສູນສື່ມວນຊົນສາກົນ.  ພາບ: baochinhphu.vn.

ສູນສື່ມວນຊົນໄດ້ຮັບການປະກອບອຸປະກອນທີ່ທັນສະໄໝຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານວິຊາການຂອງຮູບການສື່ມວນຊົນທັງໝົດ...ໜ້າສົນໃຈນັ້ນແມ່ນເຖິງວ່າບັນດາເຫດການໄດ້ຈັດຕັ້ງຢູ່ຫຼາຍແຫ່ງທີ່ຫ່າງຈາກກັນກໍ່ຕາມແຕ່ວ່າສູນສື່ມວນຊົນຈະມີລະບົບຖ່າຍທອດສົດຈາກສະຖານທີ່ຕ່າງໆອະນຸຍາດໃຫ້ນັກຂ່າວສາມາດຕິດຕາມບັນດາເຫດການທີ່ສູນສື່ມວນຊົນໄດ້. ສູນສື່ມວນຊົນຈະເຄື່ອນໄຫວແຕ່ເວລາ 7 ໂມງຮອດ 22 ໂມງໃນທຸກໆວັນ; ສະເພາະສອງມື້ດຳເນີນກອງປະຊຸມຂັ້ນສູງຈະເປີດປະຕູຮອດ 24 ໂມງເພື່ອຮັບໃຊ້ບັນດານັກຂ່າວ.

 

ແປໂດຍ: ຮຸຍດົງ