ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທະຫານປະສົມລາວ-ຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947 / 27-7-2022), ຕອນເຊົ້າວັນທີ 27 ກໍລະກົດ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສູນກາງສະຫະພັນນັກຮົບເກົ່າລາວ ແລະບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາ, ເຊີດຊູ ແລະສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະລາວ ຢູ່ບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ.
ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ ແລະພະນັກງານ, ພາລະກອນສະຖານທູດ ແລະບັນດາອົງການຢູ່ຄຽງຂ້າງສະຖານທູດ, ນັກຮົບເກົ່າລາວ, ພະນັກງານອຳນາດການປົກຄອງເມືອງທຸລະຄົມ, ປະຊາຄົມຊາວຫວຽດນາມ ແລະຊາວລາວ ຢູ່ທ້ອງຖິ່ນ, ບັນດານັກທຸລະກິດ, ວິສາຫະກິດຢູ່ລາວ.
    |
 |
ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ ແລະບັນດາອົງການຫວຽດນາມ ຢູ່ຄຽງຂ້າງສະຖານທູດ ດໍາເນີນພິທີຖະຫວາຍທູບທຽນ. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 22 ມັງກອນ 1946, ທະຫານປະສົມລາວ-ຫວຽດນາມ ໄດ້ບຸກໂຈມຕີ ແລະທັບມ້າງຖານທີ່ໝັ້ນໂພນ, ເຊິ່ງແມ່ນໜຶ່ງໃນບັນດາຖານທີ່ໝັ້ນໜັກແໜ້ນທີ່ສຸດຂອງພວກລ່າເມືອງຂຶ້ນຝະລັ່ງ ໃນເວລານັ້ນຢູ່ບ້ານເກີນ. ນີ້ແມ່ນໄຊຊະນະທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງຂອງທະຫານປະສົມລາວ-ຫວຽດນາມ ໃນໄລຍະຕົ້ນຂອງການປະຕິວັດປົດປ່ອຍຊາດຂອງສອງປະເທດ. ໃນການຕໍ່ສູ້ຄັ້ງປະຫວັດສາດນັ້ນ, ມີນັກຮົບລາວ ແລະຫວຽດນາມ 28 ຄົນ ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອເອກະລາດ, ເສລີພາບຂອງສອງປະເທດ.
    |
 |
ພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ທະຫານປະສົມລາວ-ຫວຽດນາມ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ພິທີ, ທ່ານນາງ ຫວູຕູ໊ແອັວງ ທີ່ປຶກສາທູດຜູ້ປະຈຳການຄະນະປະຕິບັດງານເພື່ອວົງຄະນະຍາດ ຢັ້ງຢືນວ່າ: “ພວກເຮົາ ແມ່ນລຸ້ນຄົນປະຈຸບັນຂອງສອງປະເທດຫວຽດນາມ-ລາວ ຂໍປະຕິຍານວ່າຈະເສີມຂະຫຍາຍມູນເຊື້ອພິລະອາດຫານ, ບໍ່ຍອມຈຳນົນຂອງລຸ້ນພໍ່ລຸ້ນອ້າຍ, ພ້ອມກັນສູ້ຊົນຮ່ຳຮຽນ, ເຮັດວຽກດ້ວຍປະສິດທິຜົນສູງສຸດ ເພື່ອສ້າງສາປະເທດຫວຽດນາມ ແລະລາວ ໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ ແລະປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.
ໃນບັນຍາກາດອັນສັກກາລະບູຊາ, ສະຫງ່າຜ່າເຜີຍ, ບັນດາຜູ້ແທນໄດ້ຈູດທູບທຽນອາໄລຫານັກຮົບທີ່ເສຍສະຫຼະຊີວິດ, ພວກອ້າຍໄດ້ປະຖິ້ມຄອບຄົວ, ບ້ານເກີດເມືອງນອນ, ພ້ອມຄຽງບ່າຄຽງໄຫຼ່ກັບທະຫານ ແລະປະຊາຊົນລາວ ຕໍ່ສູ້ຕ້ານພວກສັດຕູຮຸກຮານເພື່ອພື້ນຖານເອກະລາດ, ເສລີພາບ, ເພື່ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.
ໂດຍ: ເຈິ່ນຮວ່ຽນ