ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2024), ວັນທີ 22 ທັນວາ, ຢູ່ອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວ ຢູ່ແຂວງອຸດົມໄຊ, ລາວ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໄດ້ສົມທົບກັບອຳນາດການປົກຄອງແຂວງອຸດົມໄຊຈັດຕັ້ງພິທີສູດສັກອະນິດຈາ, ຖະຫວາຍທູບທຽນອາໄລຫາອາໄລຫາທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະນັກຮົບວິລະຊົນລາວບັນດາເຜົ່າ ທີ່ເສຍຊີວິດເພື່ອຊາດໃນການປະຕິບັດໜ້າທີ່ສາກົນ ແລະພາລະກິດຕໍ່ສູ້ປົດປ່ອຍຊາດ.

leftcenterrightdel
ຜູ້ແທນຖ່າຍຮູບຢູ່ອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວ ແຂວງອຸດົມໄຊ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີ, ຜູ້ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ການນຳແຂວງ ແລະພະແນກ, ຂະແໜງການທີ່ກ່ຽວຂ້ອງຢູ່ແຂວງອຸດົມໄຊ; ຜູ້ຕາງໜ້າສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ແລະປະຊາຄົມຊາວຫວຽດນາມ ທີ່ພວມເຮັດວຽກ ແລະດຳລົງຊີວິດຢູ່ລາວ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ, ປະຊາຊົນຫວຽດນາມ, ເພື່ອອຸດົມການປະຕິວັດ, ເພື່ອໜ້າທີ່ສາກົນອັນສູງສົ່ງຍາມໃດກໍ່ຄຽງບ່າຄຽງໄຫຼ່, ແບ່ງປັນຄວາມຫຍຸ້ງຍາກລຳບາກກັບກອງທັບ ແລະປະຊາຊົນລາວ.

ຕາມທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ແລ້ວ, ພິທີສູດສັກອະນິດຈາ, ຖະຫວາຍທູບທຽນອາໄລຫາທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະນັກຮົບວິລະຊົນລາວ ບັນດາເຜົ່າທີ່ເສຍຊີວິດເພື່ອຊາດ ແມ່ນມີຄວາມໝາຍຢ່າງເລິກເຊິ່ງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດສອງປະເທດ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະໜ້າທີ່ສາກົນອັນສູງສົ່ງ.

ທ່ານ ບຸນຄົງ ຫຼ້າຈຽມພອນ ເນັ້ນໜັກວ່າ ນີ້ທັງແມ່ນຄວາມຮັບຜິດຊອບຂອງລຸ້ນຄົນຕ່າງໆໃນອະນາຄົດ, ທັງແມ່ນວິທີການເພື່ອໂຄສະນາໃຫ້ປະຊາຊົນສອງປະເທດ, ເປັນຕົ້ນແມ່ນໄວໜຸ່ມມີຄວາມເຄົາລົບ ແລະຮັກສາຜົນງານຂອງການປະຕິວັດ, ກໍ່ສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ