leftcenterrightdel
ບັນດາຜູ້ແທນ ແລະຜູ້ຕາງໜ້າການນໍາທ້ອງຖິ່ນເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມາໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຄາວ, ຕາແສງແທັງເນືອ, ເມືອງດ້ຽນບຽນ. ພາບ: qdnd.vn

ບົດລາຍງານຂອງຄະນະຊີ້ນໍາ 515 ທະຫານເຂດ 2 ໃຫ້ຮູ້ວ່າ ໄລຍະ 1 ລະດູແຫ້ງ 2024-2025, ໜ່ວຍງານຊອກຄົ້ນ, ທ້ອນໂຮມອັດຖິທະຫານ, ພະແນກການເມືອງ ທະຫານເຂດ 2 ຊອກຄົ້ນ, ທ້ອນໂຮມໄດ້ 8 ອັດຖິ ໃນບໍລິເວນ 3 ແຂວງ (ຫຼວງພະບາງ 2 ອັດຖິ; ຜົ້ງສາລີ 1 ອັດຖິ; ຫຼວງນໍ້າທາ 5 ອັດຖິ) ໃນນັ້ນມີ 1 ອັດຖິ ທີ່ຮູ້ຊື່ ແລະນາມສະກຸນ ນັ້ນແມ່ນນັກຮົບ ຮ່າກົງທຽນ, ບ້ານຢູ່ຕາແສງບາວລາ, ເມືອງມາຍເຈົາ, ແຂວງຮວ່າບິ່ງ; 1 ອັດຖິ ມີແຕ່ຊື່ ເຢົ້າ ບໍ່ມີບ້ານເກີດເມືອງນອນ; ສ່ວນ 6 ອັດຖິ ແມ່ນຍັງບໍ່ຮູ້ຊື່ ແລະນາມສະກຸນ.

leftcenterrightdel
ກົ້ມຫົວໄວ້ອາໄລຕໍ່ດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ຕອນເຊົ້າວັນທີ 9 ມັງກອນ, ຢູ່ດ່ານສາກົນ ໄຕຈາງ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ ໄດ້ຈັດພິທີມອບຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ແລ້ວເຄື່ອນຍ້າຍອັດຖິມາໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງແທັງເນືອ, ເມືອງດ້ຽນບຽນ.

leftcenterrightdel
ຜູ້ຕາງໜ້າບັນດາອົງການ, ກົມກອງ, ພະນັກງານ, ນັກຮົບກໍາລັງປະກອບອາວຸດ ຈູດທູບທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ຈາກນັ້ນ, ຕອນເຊົ້າວັນທີ 10 ມັງກອນ, ທີ່ສຸສານນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຕົງຄາວ, ພິທີໄວ້ອາໄລອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດ, ໃນນັ້ນ ມີ 7 ອັດຖິ ໄດ້ປົງຢູ່ທີ່ນີ້, ສ່ວນ 1 ອັດຖິທີ່ຮູ້ຊື່ ແລະນາມສະກຸນ ໄດ້ເຄື່ອນຍ້າຍໄປປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງບາວລາ, ເມືອງມາຍເຈົາ, ແຂວງຮວ່າບິ່ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນຄະນະພັກ, ອໍານາດການປົກຄອງ, ອົງການທະຫານ ພ້ອມດ້ວຍປະຊາຊົນທ້ອງຖິ່ນ ຈໍານວນຫຼວງຫຼາຍ.

leftcenterrightdel
ພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ. ພາບ: qdnd.vn

ອ່ານສູນທອນພົດທີ່ພິທີໄວ້ອາໄລ, ສະຫາຍ ວືອາບັ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ, ຫົວໜ້າຄະນະຊີ້ນໍາ 515 ແຂວງດ້ຽນບຽນ ຢັ້ງຢືນວ່າ ໃນຊຸມເດືອນປີທີ່ສູ້ຮົບຢູ່ໃນດິນແດນລາວ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ສາມັກຄີກັບທະຫານ ແລະປະຊາຊົນລາວ, ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ບໍ່ຍອມຈໍານົນຂອງຊາດ, ຜ່ານຜ່າ ຄວາມຫຍຸ້ງຍາກລໍາບາກ, ຍອມເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດ, ປົດປ່ອຍຊາດ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບພິເສດຫວຽດນາມ-ລາວ. ການອຸທິດຕົນ, ການເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ປະກອບສ່ວນເສີມສ້າງສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ສະແດງໃຫ້ເຫັນຄວາມປາດຖະໜາອັນແຮງກ້າ ແມ່ນຍາດເອົາເອກະລາດ, ເສລີພາບ, ຄວາມຜາສຸກມາໃຫ້ປະຊາຊົນສອງປະເທດ ຫວຽດນາມ-ລາວ.

ໂດຍ: ກວຽດເຕິມ