ຄາບເຂົ້າພິເສດ
ກປ.ອອນໄລ - ກ່ອນນີ້ 35 ປີ, ພວກຂ້າພະເຈົ້າຕ້ອນຮັບບຸນເຕັດຄັ້ງທໍາອິດຢູ່ກາງທະເລທີ່ກວ້າງໃຫຍ່ໄພສານທີ່ເຕັມໄປດ້ວຍ ຄື່ນໃຫຍ່ລົມແດງ. ປະຈຸບັນ, ອະນຸສອນໃນສະໄໝຍັງເປັນທະຫານນັ້ນ ຍັງຝັງເລິກໃນຫົວໃຈຂ້າພະເຈົ້າຢູ່, ນັ້ນແມ່ນກໍາລັງໜູນເພື່ອໃຫ້ຂ້າພະເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກໃນການດໍາລົງຊີວິດພາຍໜ້າ.
ວັນທີ 20 ທັນວາ ປີເຖາະ (ວັນທີ 7 ກຸມພາ ປີ 1988), ຂ້າພະເຈົ້າຮັບຄໍາສັ່ງໃຫ້ຍ້າຍຈາກໝວດອົງຄະລັກ ກອງບັນຊາການທະຫານເຮືອເຂດ 4 ໄປປະຕິບັດໜ້າທີ່ຢູ່ກອງພົນນ້ອຍ 146. ຄະນະບັນຊາການກອງພົນນ້ອຍໄດ້ພົບປະ ແລະມອບໝາຍໜ້າທີ່ໃຫ້ອ້າຍນ້ອງພວກຂ້າພະເຈົ້າ 15 ຄົນອອກເກາະ ດາເລີນ ຂຶ້ນກັບໝູ່ເກາະ ເຈື່ອງຊາ. ກ່ອນທີ່ໄປປະຕິບັດໜ້າທີ່ຢູ່ທະເລ, ພວກຂ້າພະເຈົ້າໄດ້ໄປເທດສະບານ ບາງ່ອຍ (ປະຈຸບັນແມ່ນຕາແສງ ບາງ່ອຍ, ນະຄອນ ກາມແຣງ, ແຂວງ ແຄງຮວ່າ) ເພື່ອກະກຽມສະບຽງອາຫານທີ່ຈໍາເປັນ. ຜັກຂຽວແມ່ນສິ່ງ ທີ່ບຸລິມະສິດທີໜຶ່ງ, ນອກນັ້ນແມ່ນຫົວມັນ, ໝາກໄມ້ປະເພດຕ່າງໆຍ້ອນສາມາດຮັກສາໃນໄລຍະຍາວ ແລະໃນເງື່ອນໄຂອາກາດຮ້າຍແຮງ.
|
|
ຜູ້ຂຽນ (ສະຫາຍ ຫງວຽນຢຸຍເຢືອງ, ອະດີດນັກຮົບ ກອງຮ້ອຍ 861, ກອງພົນນ້ອຍ 146, ທະຫານເຮືອເຂດ 4 - ຢືນທີ 5 ແຕ່ຊ້າຍມາ) ໃນການພົບປະກັບເພື່ອນຮ່ວມກົມກອງ, ປີ 2014. ພາບ: ຜູ້ຂຽນສະໜອງ. |
ຕອນບ່າຍວັນທີ 26 ທັນວາ ປີເຖາະ 1988, ກໍາປັ່ນ ໝາຍເລກ HQ-505 ໂດຍກັບຕັນເຮືອ ຫວູ້ຮຸຍເລ້ (ຜູ້ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ) ບັນຊາພ້ອມກັບກໍາປັ່ນ ໝາຍເລກ HQ-556 ຂອງກັບຕັນເຮືອ ຫງວຽນວັນທັງ ໄດ້ຮັບຄໍາສັ່ງຖອດສະໝໍ, ອໍາລາທ່າເຮືອທະຫານອອກທະເລ. ການຄົວກິນໃນກໍາປັ່ນລຳບາກຍາກເຂັນຫຼາຍຍ້ອນກໍາປັ່ນອອກທະເລໃນຍາມທະເລຄະນອງ, ການໄປມາໃນກໍາປັ່ນກໍ່ຍາກແລ້ວ, ການແຕ່ງກິນຍິ່ງລຳບາກຍາກເຂັນກວ່າ. ຊ້ຳບໍ່ໜຳມີຫຼາຍຄົນ, ໃນນັ້ນມີຂ້າພະເຈົ້າ, ຖືກເມົາຄື່ນ, ເປັນຮາກ, ເມື່ອຍຫຼາຍ. ແຕ່ລະເທື່ອເມື່ອກໍາປັ່ນໂຄງເຄງເທິງຄື່ນ, ນໍ້າໃນໝໍ້ປາກເຫວີກໍ່ລົ້ນອອກເຮືອນຄົວ.
ການເດີນທາງອອກທະເລທີ່ຫຍຸ້ງຍາກສິ້ນສຸດໃນກາງຄືນວັນທີ 29 ຮຸ່ງເຊົ້າວັນທີ 1 ບຸນປີໃໝ່ປະຈໍາຊາດ ປີມະໂລງ, ກໍາປັ່ນສອງລໍາຂອງພວກຂ້າພະເຈົ້າໄດ້ປ່ອຍສະໝໍຢູ່ເກາະ ດາເລີນທາງທິດໃຕ້. ແລະພວກຂ້າພະເຈົ້າຕ້ອນຮັບເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ກໍ່ພິເສດທີ່ສຸດ: ຢູ່ເທິງດາດຟ້າເຮືອກາງທະເລ.
5 ໂມງ ເຊົ້າ, ພວກຂ້າພະເຈົ້າລົງກໍາປັ່ນເຂົ້າເກາະ. ເບິ່ງຄື່ນນ້ຳຂາວທົບໃສ່ປາກຝັ່ງເກາະຫີນ ຈຶ່ງຮູ້ໄດ້ຮູບເກາະທີ່ພວກຂ້າພະເຈົ້າມີໜ້າທີ່ປົກປັກຮັກສາ ແລະຮັກສາ. ນັ້ນແມ່ນປະເທດຊາດ, ແມ່ນພາກສ່ວນໜຶ່ງຂອງປະເທດຫວຽດນາມ.
|
|
ເຈື່ອງຊາ ໃນປະຈຸບັນ. ພາບ: ຕວນຕູ. |
ຍ້ອນອາກາດຮ້າຍແຮງ, ສະນັ້ນຜັກທີ່ນຳມາສູ່ເກາະຖືກເນົ່າເບື່ອຫຼາຍ. ສະນັ້ນຕອນທ່ຽງວັນທີ 1 ບຸນເຕັດ, ພະລາທິການຂອງເກາະຕ້ອງເອົາຜັກບົ້ງແຫ້ງເພື່ອແຕ່ງຜັກຂົ້ວເພີ່ມເຕີມໃຫ້ຄາບເຂົ້າບຸນເຕັດ. ພວກຂ້າພະເຈົ້າເຕົ້າໂຮມກັນອ້ອມພາເຂົ້າທີ່ມີຊີ້ນກະປ໋ອງ ຮ້າລອງ, ຜັກບົ້ງຂົ້ວ, ແກງມັນດ້າງ. ກໍາລັງກິນເຂົ້າ ຝົນກໍ່ຕົກໂດຍບັງເອີນ. ອ້າຍ ຫງວຽນວັນກຽມ ຜູ້ບັນຊາການເກາະ ດາເລີນ ເວົ້າວ່າ: “ໂຊກດີ, ຍາດໂອກາດອາບນ້ຳເລີຍ ຍ້ອນຊຸມວັນຢູ່ກໍາປັ່ນບໍ່ໄດ້ອາບນໍ້າ”. ຄາບເຂົ້າໃນວັນຕົ້ນປີຢູ່ເກາະ ແລະການອາບນໍ້າ “ຕ້ອນຮັບປີໃໝ່” ພິເສດນີ້ແມ່ນອະນຸສອນທີ່ບໍ່ສາມາດຫຼົງລືມໄດ້ຂອງພວກຂ້າພະເຈົ້າ.
ໂດຍ: ຈາງຫງວຽນ