ສົມທົບກັນທ້ອນໂຮມອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດຢູ່ລາວ ກວ່າ 3 ໝື່ນອັດຖິ
ກປ.ອອນໄລ - ວັນທີ 6 ທັນວາ, ທີ່ຮ່າໂນ້ຍ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ລາວ ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2019-2020.
    |
 |
ທ່ານພົນຈັດຕະວາ ຮວີ່ງດັ໊ກເຮືອງ ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ລາວ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn. |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຮວີ່ງດັ໊ກເຮືອງ ອະດີດຫົວໜ້າການເມືອງທະຫານອາສາສະໝັກຫວຽດນາມຢູ່ລາວ, ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ລາວ ໃຫ້ຮູ້ວ່າ: ໃນສອງປີ 2019-2020, ຄະນະຕິດຕໍ່ໄດ້ຈັດຕັ້ງຫຼາຍກິດຈະກໍາທີ່ຟົດຟື້ນ, ພິເສດແມ່ນເຂົ້າຮ່ວມບັນດາກິດຈະກໍາສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ (30-10-1949/30-10-2019) ທີ່ຈັດຕັ້ງຢູ່ຫວຽດນາມ ແລະລາວ. ໃນໂອກາດນີ້, ຄະນະຕິດຕໍ່ເປັນກຽດທີ່ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນຈາກພັກ ແລະລັດ.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn. |
ຕາມບົດລາຍງານແລ້ວ, ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ. ຄຽງຂ້າງນັ້ນ, ຄະນະຕິດຕໍ່ກໍ່ເຂົ້າຮ່ວມວຽກງານນະໂຍບາຍຂອງຫວຽດນາມ ແລະລາວ ທີ່ມີຕໍ່ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ສະເໜີພັກ ແລະລັດລາວ ປະດັບຫຼຽນໄຊ, ຫຼຽນກາໃຫ້ 29 ໝື່ນຄົນ. ພິເສດ, ຄະນະຕິດຕໍ່ໄດ້ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທ້ອນໂຮມອັດຖິນັກຮົບຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ໄດ້ກວ່າ 3 ໝື່ນອັດຖິ ແລະ ຊ່ວຍເຫຼືອນັກສຶກສາລາວທີ່ຮໍ່າຮຽນຢູ່ຫວຽດນາມກວ່າ 2 ໝື່ນຄົນ...
ໂດຍ: ເກື່ອງດັ້ງ