ຖະຫວາຍທູບທຽນ, ລອຍກະໂທງຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ
ກປ.ອອນໄລ - ຕອນຄໍ່າວັນທີ 26 ກໍລະກົດ, ທີ່ແຂວງກວາງຈິ, ກົມໃຫຍ່ການເມືອງ ຊີ້ນໍາຄະນະຊາວໜຸ່ມກອງທັບເປັນປະທານ, ສົມທົບກັບຫ້ອງການເມືອງທະຫານເຂດ 4, ຄະນະຊາວໜຸ່ມແຂວງກວາງຈິ ຈັດຕັ້ງພິທີຖະຫວາຍທູບທຽນ, ລອຍກະໂທງ ເພື່ອຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະລາຍການສິລະປະ.
    |
 |
ບັນດາຜູ້ແທນຖະຫວາຍທູບທຽນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກໍາແພງເກົ່າກວາງຈິ. ພາບ: qdnd.vn. |
ເນື່ອງໃນໂອກາດວັນທີ 27 ກໍລະກົດ, ຢູ່ບໍລິເວນແຂວງກວາງຈິ, ຄະນະຈັດຕັ້ງລາຍການ ແລະບັນດາອົງການ, ຄະນະ, ຂະແໜງການ, ໝູ່ຄະນະໄດ້ຈັດຕັ້ງກິດຈະກໍາຕອບບຸນແທນຄຸນຕ່າງໆ, ຄື: ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວແມ່ຫວຽດນາມ ວິລະຊົນ 2 ຄົນ; ກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາສຸຂະພາບ ແລະແຈກຢາຍຢຸກຢາໃຫ້ກວ່າ 500 ເທື່ອຄົນໂດຍບໍ່ເສຍຄ່າ; ໜູນຊ່ວຍກໍ່ສ້າງ “ເຮືອນຫຼັງ 100 ດົ່ງ”, “ເຮືອນເພື່ອນຮ່ວມກົມກອງ”, “ເຮືອນແຫ່ງສາຍຈິດມິດໃຈ” 6 ຫຼັງ (ເຊິ່ງມີມູນຄ່າ 80 ລ້ານດົ່ງ/ຫຼັງ); ມອບປື້ມຝາກເງິນປະຢັດ 10 ຫົວ (ແຕ່ລະຫົວມີມູນຄ່າ 5 ລ້ານດົ່ງ); ມອບຂອງຂວັນ 400 ພູດ, ມອບທຶນການສຶກສາ, ມອບປື້ມຈໍານວນ 300 ຫົວ... ດ້ວຍມູນຄ່າທັງໝົດແມ່ນກວ່າ 1 ຕື້ດົ່ງ.
ທີ່ລາຍການດັ່ງກ່າວ, ທ່ານນາງ ດ້ັ້ງທິຫງອກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ມອບເງິນ 230 ລ້ານດົ່ງ ແມ່ນຂອງຂວັນຂອງກອງທຶນອຸປະກາລະເດັກນ້ອຍຫວຽດນາມ ມອບໃຫ້ເດັກນ້ອຍໃນຄອບຄົວນະໂຍບາຍ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກພິເສດຂອງແຂວງກວາງຈິ. ຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການກໍ່ມອບຂອງຂວັນຫຼາຍພູດໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ; ມອບສັນຍາລັກ “ເຮືອນຫຼັງ 100 ດົ່ງ”, “ເຮືອນເພື່ອນຮ່ວມກົມກອງ”, “ເຮືອນແຫ່ງສາຍຈິດມິດໃຈ” 6 ຫຼັງ ແລະປື້ມຝາກເງິນປະຢັດ 8 ຫົວ ໃຫ້ແກ່ບັນດາຄອບຄົວນະໂຍບາຍ.
ໂດຍ: ເກື່ອງດັ້ງ