ແຂວງເງະອານ ແລະແຂວງຮ່າຕີ໋ງ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ
ກປ.ອອນໄລ - ວັນທີ 10 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຫງີລົກ, ແຂວງເງະອານ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ, ປົງອັດຖິນັກຮົບ, ອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 57 ອັດຖິ.
    |
 |
ບັນດາຜູ້ແທນແຂວງເງະອານ ແລະທະຫານເຂດ 4 ເຂົ້າຮ່ວມພິທີໄວ້ອາໄລ, ປົງອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ເລຖັ໊ງ.
|
ລະດູແລ້ງປີ 2019-2020, ກອງທ້ອນໂຮມຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງເງະອານ ໄດ້ຊອກຫາ, ຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດໃນບໍລິເວນແຂວງຊຽງຂວາງ, ໄຊສົມບູນ ແລະວຽງຈັນ ໄດ້ 57 ອັດຖິ.
    |
 |
ແຂວງຮ່າຕີ໋ງ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ເລຖັ໊ງ. |
ຕອນບ່າຍວັນດຽວກັນ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເນີ່ມ, ແຂວງຮ່າຕີ໋ງ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບ, ອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ 9 ອັດຖິ, ຈໍານວນອັດຖິດັ່ງກ່າວໄດ້ຊອກຫາ, ຂຸດຄົ້ນຢູ່ແຂວງບໍລິຄໍາໄຊ ແລະນະຄອນຫຼວງວຽງຈັນ.
ໂດຍ: ທູຈາງ