ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ
ກປ.ອອນໄລ - ວັນທີ 8 ພຶດສະພາ, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕິມ, ເມືອງບ໋າເທືອກ (ແຂວງແທັງຮວາ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງແທັງຮວາ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈໍານວນ 20 ອັດຖິ.
    |
 |
ພິທີໄວ້ອາໄລ ແລະປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ໂຮ່ຫວຽດ. |
ນີ້ແມ່ນບັນດາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຊອກຫາ ແລະຂຸດຄົ້ນຢູ່ແຂວງຫົວພັນ (ລາວ) ແລະລ້ວນແຕ່ຍັງບໍ່ທັນໄດ້ກໍານົດຊື່ ແລະນາມສະກຸນ. ຕໍ່ໜ້າດວງວິນຍານຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄະນະພັກ, ອໍານາດການປົກຄອງ, ກອງທັບ ແລະປະຊາຊົນແຂວງແທັງຮວາ ສະໝັກໃຈຕັັດສິນໃຈເພີ່ມພູນຄູນສ້າງ, ຮັກສາ, ປົກປັກຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ, ພ້ອມກັນປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃຫ້ສໍາເລັດຜົນ.
ແຂວງແທັງຮວາ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂຶ້ນຢ່າງສົມກຽດ, ເຄັ່ງຂຶມ, ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບ ແລະຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ” ຂອງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງແທັງຮວາ ຕໍ່ກັບບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ ແລະພັນທະສາກົນອັນສູງສົ່ງ.
ໂດຍ: ຈາງຫງວຽນ