ການຄັດເລືອກໄດ້ດໍາເນີນໄປຢ່າງມີປະຊາທິປະໄຕ ແລະເປີດເຜີຍ. ອ້າຍ ຮາຍເຈິນ, ການນໍາພະແນກການເມືອງກອງທັບປົດປ່ອຍພາກໃຕ້ B2, ຮຽກຮ້ອງໃຫ້ຂະແໜງນະໂຍບາຍ, ຫ້ອງຈັດຕັ້ງ ລາຍງານບັນດາກົມກອງ, ທ້ອງຖິ່ນ ແລະບຸກຄົນທີ່ຄາດວ່າຈະໄດ້ຍ້ອງຍໍຊົມເຊີຍເປັນນັກວິລະຊົນ ໃນຄັ້ງນີ້. 

ຂະແໜງນະໂຍບາຍ ສະເໜີກົມກອງຕ່າງໆຂັ້ນກອງພັນໃຫຍ່. ໃນນັ້ນມີກົມກອງທີ່ຫາກໍ່ພົ້ນເດັ່ນຂຶ້ນໃນບັ້ນຮົບ ຫງວຽນເຫວ້ ໃນປີ 1972 ນັ້ນແມ່ນກອງພັນໃຫຍ່ 209 ສັງກັດກອງພົນທີ 7 (ໄດ້ຂະໜານນາມວ່າແມ່ນກອງພັນໃຫຍ່ ຊົງໂລ B) ແຕ່ກໍ່ຍັງມີບາງຄໍາເຫັນທີ່ເປັນໜ້າໜັກໃຈຢູ່. ນີ້ແມ່ນກົມກອງທີ່ໄດ້ຮັບການສ້າງຕັ້ງຢູ່ພາກເໜືອ, ສ່ວນຫຼາຍແມ່ນລູກຫຼານທາງພາກເໜືອໝົດ, ໄດ້ເອົາພະນັກງານຂອງກອງພັນໃຫຍ່ຊົງໂລ ມາເປັນຜູ້ບັນຊາເພື່ອເສີມກໍາລັງຊ່ວຍເຫຼືອໃຫ້ແກ່ສະໜາມຮົບພາກໃຕ້. ສະນັ້ນຈຶ່ງເອີ້ນວ່າ ກອງພັນໃຫຍ່ ຊົງໂລ B. ເຖິງວ່າຍັງມີຈຸດອ່ອນກໍ່ຕາມ, ແຕ່ຜົນງານຂອງກອງພັນໃຫຍ່ 209 ໃນບັ້ນຮົບ ຫງວຽນເຫວ້ ປີ 1972 ຊ້ຳພັດພິເສດທີ່ສຸດ. ນັ້ນແມ່ນ 150 ທັງເວັນ ແລະຄືນ ສະກັດລັດຕີສັດຕູຢູ່ເສັ້ນທາງເລກທີ 13 ໄດ້ຢ່າງມີໄຊ. ກອງພັນໃຫຍ່ 209 ໄດ້ໃກ້ຊິດຕິດແທດຢູ່ເຕົ່າໂອ ໃກ້ກັບທາງສາມແຍກ ເຈີນແທັ່ງ (ສັງກັດແຂວງທູ໋ເຢົ່າໂມດ, ປັດຈຸບັນແມ່ນແຂວງບິ່ງເຢືອງ), ຕັດຂາດເສັ້ນທາງເລກທີ 13 ເຊື່ອມຕໍ່ກັບເທດສະບານແຂວງບິ່ງລອງ ພາຍໃຕ້ຫ່າລະເບີດ, ລູກກະສູນ...

ອ້າຍ ຮາຍເຈິນ ໄດ້ໄຈ້ແຍກວ່າ, ນັ້ນແມ່ນເຫດການທີ່ອົງອາດກ້າຫານທີ່ໄດ້ສ້າງກາລະໂອກາດປະຫວັດສາດວິລະຊົນ, ມີແຕ່ເຫດການນັ້ນກໍ່ພໍແລ້ວເພື່ອຍ້ອງຍໍສັນລະເສີນເປັນວິລະຊົນ. ຜ່ານການຕີລາຄາວິລະກໍາຂອງກອງພັນໃຫຍ່ 209, ທຸກຄົນລ້ວນແຕ່ເຫັນວ່າຄໍາເຫັນຂອງອ້າຍ ຮາຍເຈິນ ແມ່ນຖືກຕ້ອງ. ກໍ່ໃນການຄັດເລືອກຄັ້ງນີ້, ຂະແໜງນະໂຍບາຍ ຍັງສະເໜີບຸກຄົນ ແລະຈຸໜ່ວຍຈໍານວນໜຶ່ງຄວນໄດ້ຮັບການຍ້ອງຍໍຊົມເຊີຍເປັນວິລະຊົນ. ແຕ່ມີເລື່ອງໜຶ່ງທີ່ເຮັດໃຫ້ພວກຂ້າພະເຈົ້າຈື່ຈໍາຕະຫຼອດໄປ. ນັ້ນແມ່ນເລື່ອງປະນີປະນອມນາມມະຍົດເປັນວິລະຊົນໃຫ້ກັນ.

ບັນດານັກຮົບທີ່ໄປສະກັດລັດຕີຢູ່ເຂດເຕົ່າໂອ ທັງເວັນ ແລະຄືນພາຍໃຕ້ຫ່າລະເບີດ, ລູກກະສູນແຕ່ເມື່ອອ້າຍນ້ອງກົມກອງສະເໜີຄັດເລືອກຍ້ອງຍໍຊົມເຊີຍເປັນວິລະຊົນພັດປະຕິເສດວ່າຕົນເອງຍັງບໍ່ທັນເໝາະສົມເພາະຮູ້ສຶກວ່າຕົນເອງຕີສັດຕູຢູ່ສະໜາມຮົບ, ເຖິງວ່າມີຄວາມດຸເດືອດ ແລະປະເຊີນໜ້າກັບສັດຕູໂດຍກົງກໍ່ຕາມແຕ່ຊ້ຳພັດຢູ່ໃນທ່າທີ່ເປັນເຈົ້າການ; ມີຂຸມຄອງຢູ່ໃຕ້ດິນກັ້ງບັງ, ປົກປິດ; ຖ້າສັດຕູເຂົ້າມາກໍ່ມີແຕ່ຍິງປືນຂ້າສັດຕູເທົ່ານັ້ນ; ໄລ່ຕີສັດຕູເມື່ອມີໂອກາດສະດວກ, ເມື່ອປືນໃຫຍ່ຂອງສັດຕູຍິງໃສ່, ຍົນ B-52 ຖິ້ມລະເບີດມາໃສ່ຍັງມີອຸໂມງຮູບໂຕ A ກັ້ງບັງ; ເມື່ອປືນໃຫຍ່, ລະເບີດຖິ້ມຖືກອຸໂມງຈຶ່ງເສຍສະຫຼະຊີວິດ. ດ້ວຍເຫດຜົນນັ້ນ, ບັນດານັກຮົບທີ່ໄປສະກັດລັດຕີຢູ່ສະໜາມຮົບສະເໜີ: ຖ້າໄດ້ຮັບການຍ້ອງຍໍສັນລະເສີນແມ່ນຍ້ອງຍໍສັນລະເສີນບັນດາສະຫາຍທີ່ໄດ້ເສຍສະຫຼະຊີວິດແລ້ວ ແລະຍ້ອງຍໍສັນລະເສີນຈຸອ້າຍລ້ຽງ. ຖ້າບໍ່ມີພວກອ້າຍລ້ຽງອົງອາດກ້າຫານນັ້ນທີ່ບັນດານັກຮົບໄດ້ໄປສະກັດລັດຕີຢູ່ສະໜາມຮົບຈະບໍ່ສາມາດປະຕິບັດສໍາເລັດໜ້າທີ່ໄດ້...

“ບັນດາອ້າຍລ້ຽງທີ່ອົງອາດກ້າຫານຄືແນວນັ້ນຕ້ອງໄດ້ຍ້ອງຍໍສັນລະເສີນກວ່າພວກຂ້າພະເຈົ້າ”,  ນັ້ນແມ່ນຄໍາເຫັນຂອງບັນດານັກຮົບຢູ່ສະໜາມຮົບ. ເຂົາເຈົ້າຍັງເຮັດວຽກເພີ່ມເຕີ່ມອີກຈຳນວນໜຶ່ງເຖິງວ່າເລັກໆນ້ອຍໆກໍ່ຕາມແຕ່ກໍ່ເປັນໜ້າໄດ້ຮັບການຮັບຮູ້...  ນັ້ນແມ່ນກໍາລັງແຮງຂອງຈຸອ້າຍລ້ຽງຂອງກອງພັນໃຫຍ່ 209B ທີ່ໄດ້ຕໍ່ກໍາລັງແຮງໃຫ້ແກ່ເພື່ອນຮ່ວມກອງຕໍ່ສູ້ຕີເອົາຊະນະສັດຕູຢູ່ເສັ້ນທາງເລກທີ 13.

ເຖິງວ່າໄດ້ຮັບການສະເໜີຍ້ອງຍໍສັນລະເສີນກໍ່ຕາມ ແຕ່ບັນດານັກຮົບຈຸອ້າຍລ້ຽງກໍ່ຮູ້ສຶກວ່າຕົນເອງຍັງບໍ່ທັນເໝາະສົມ ແລະສະເໜີຕໍ່ຂັ້ນເທິງວ່າ: “ຖ້າຂັ້ນເທິງຍ້ອງຍໍສັນລະເສີນ ແມ່ນຕ້ອງຍ້ອງຍໍສັນລະເສີນບັນດາສະຫາຍຢູ່ສະໜາມຮົບ, ບັນດາສະຫາຍເຫຼົ່ານັ້ນໄດ້ເປັນແບບຢ່າງທີ່ດີເພື່ອໃຫ້ອ້າຍນ້ອງຮໍ່າຮຽນ ແລະປະຕິບັດຕາມ. ສ່ວນພວກຂ້າພະເຈົ້າແມ່ນໄວ້ໃຫ້ໂອກາດໜ້າ. ພວກຂ້າພະເຈົ້າຂໍໝັ້ນໝາຍວ່າຈະມານະພະຍາຍາມໃຫ້ຫຼາຍກວ່ານີ້ອີກ”.

ມີແຕ່ນິໄສສະຫງຽມຄ່ຽມຄົມນັ້ນກໍ່ສົມແລ້ວທີ່ເປັນທະຫານລຸງໂຮ່!

ສຸດທ້າຍກອງປະຊຸມກໍ່ສະຫຼຸບວ່າ: ຍ້ອງຍໍສັນລະເສີນທັງສອງ.

ໂດຍ: ໄຊຊະນະ