ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຮັບການສ້າງຕັ້ງຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະບົດບັນທຶກໄດ້ຮັບການລົງນາມລະຫວ່າງຄະນະກຳມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ກັບ ສປປ ລາວ ກ່ຽວກັບການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບຄືນປະເທດ.

leftcenterrightdel
ການນຳກອງບັນຊາການທະຫານເຂດ 2 ມອບດອກໄມ້ອວຍພອນ. ພາບ: ຈູງຫ໊ຽວ.
leftcenterrightdel
ການນຳພະແນກການເມືອງທະຫານເຂດ 2 ມອບຂອງຂວັນໃຫ້ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ຈູງຫ໊ຽວ.

ເພື່ອເປັນການຮັບຮູ້ບັນດາຜົນງານທີ່ບັນລຸໄດ້, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເປັນກຽດໄດ້ຮັບລາງວັນອັນສູງສົ່ງຫຼາຍຢ່າງຈາກພັກ, ລັດ ຫວຽດນາມ ມອບໃຫ້ນັ້ນແມ່ນ: ຫຼຽນໄຊວິລະກຳຊັ້ນ I, ຫຼຽນໄຊວິລະກຳຊັ້ນ II, ຫຼຽນໄຊວິລະກຳຊັ້ນ III, ພັກ, ລັດ ລາວ ມອບລາງວັນ: ຫຼຽນໄຊແຮງງານຊັ້ນ III, ຫຼຽນໄຊມິດຕະພາບລາວ - ຫວຽດນາມ...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຖັ໊ງຊວນ, ຫົວໜ້າພະແນກການເມືອງທະຫານເຂດ 2 ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: ຈູງຫ໊ຽວ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຈູງຫ໊ຽວ.
leftcenterrightdel
ການນຳແຂວງອຸດົມໄຊ ມອບໃບຍ້ອງຍໍໃຫ້ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່. ພາບ: ຈູງຫ໊ຽວ.

ເນື່ອງໃນໂອກາດນີ້, ເຈົ້າແຂວງໆ ອຸດົມໄຊ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະກອງທ້ອນໂຮມ ແລະບຸກຄົນ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ.

ໂດຍ: ແສງເດືອນ