ສິ່ງດັ່ງກ່າວໄດ້ສະແດງອອກດ້ວຍຫຼາຍຮູບຫຼາຍແບບທີ່ສຸດ, ຜ່ານຫຼາຍແງ່ມູມທີ່ແຕກຕ່າງກັນ, ໃນນັ້ນເລື່ອງສອງພັກ, ສອງລັດພ້ອມກັນຕັດສິນໃຈກໍ່ສ້າງ, ຂະຫຍາຍເສັ້ນທາງຂົນສົ່ງຍຸດທະສາດ ເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ ເພື່ອຊ່ວຍໜູນໃຫ້ແກ່ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດຂອງສອງຊາດ, ເປັນຂີດໝາຍທີ່ເລິກເຊິ່ງຂອງສາຍພົວພັນແບບພິເສດນີ້.

leftcenterrightdel
ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ. ພາບ: ເອກະສານ

ເສັ້ນທາງມີຄວາມໝາຍຍຸດທະສາດ

ວັນທີ 5 ພຶດສະພາ 1959, ຄະນະພັກການທະຫານສູນກາງ ຕົກລົງສ້າງຕັ້ງຫ້ອງຄົ້ນຄວ້າວຽກງານໜູນຊ່ວຍດ້ານການທະຫານໃຫ້ພາກໃຕ້ ມີໜ້າທີ່ເປີດເສັ້ນທາງພິເສດຜ່ານສາຍພູຫຼວງຈາກເໜືອລົງໃຕ້ ເພື່ອປະກອບກໍາລັງຄົນ, ຊັບສິນຈາກພາກເໜືອໃຫ້ແກ່ການປະຕິວັດຢູ່ພາກໃຕ້ ກໍ່ຄືການປະຕິວັດລາວ ແລະກໍາປູເຈຍ. ວັນທີ 19 ພຶດສະພາ 1959, ກົມການເມືອງສູນກາງພັກ ໄດ້ເຫັນດີຕົກລົງສ້າງຕັ້ງກອງ 559, ກໍ່ສ້າງສາຍໜູນຊ່ວຍຍຸດທະສາດ - ເສັ້ນທາງເຈື່ອງເຊີນທາງບົກ ແລະທາງທະເລ.

ທ້າຍເດືອນ 1960, ຜູ້ຕາງໜ້າສູນກາງພັກແຮງງານຫວຽດນາມ ແລະສູນກາງພັກປະຊາຊົນລາວ ໄດ້ມີການພົບປະ, ແລກປ່ຽນ. ທີ່ການພົບປະ, ສູນກາງພັກສອງຝ່າຍ ໄດ້ເຫັນດີເປັນເອກະສັນເປີດກວ້າງເສ້ັນທາງເຈື່ອງເຊີນ ໄປສູ່ທິດຕາເວັນຕົກບົນດິນແດນຂອງລາວ. ຜູ້ຕາງໜ້າສູນກາງພັກປະຊາຊົນລາວ ກ່າວຄໍາເຫັນວ່າ: “ຊາຕາກໍາສອງປະເທດພວກເຮົາ ໄດ້ສະໜິດຕິດພັນນໍາກັນຢ່າງແໜ້ນແຟ້ນ. ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໄຊຊະນະຂອງປະຊາຊົນຫວຽດນາມອ້າຍນ້ອງ”.

ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະເທດເພື່ອນມິດລາວ, ເລື່ອງເປີດເສັ້ນທາງເຈື່ອງເຊີນຢູ່ທິດຕາເວັນຕົກໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ. ພຽງແຕ່ໃນໄລຍະສັ້ນໆ, ເສັ້ນທາງທີ່ມີຄວາມຍາວນັບພັນກິໂລແມັດ ໄດ້ຮັບການເປີດອອກ, ອັນໄດ້ຊ່ວຍໃຫ້ການຊ່ວຍໜູນຈາກພາກເໜືອລົງພາກໃຕ້, ໃຫ້ສະໜາມຮົບລາວ ແລະກໍາປູເຈຍ ໄດ້ຮັບການດໍາເນີນຢ່າງສະດວກ.

ເດືອນມັງກອນ 1961, ທະຫານອາສາສະໝັກຫວຽດນາມ ພ້ອມກັບທະຫານປະເທດລາວ ໄດ້ຈັດຕັ້ງການບຸກໂຈມຕີຢູ່ຫຼາຍບ່ອນ. ໄຊຊະນະຂອງທະຫານປະສົມ ລາວ-ຫວຽດນາມ ບໍ່ພຽງແຕ່ເຮັດໃຫ້ສະຖານະການສະໜາມຮົບມີການປ່ຽນແປງ, ເປັນຜົນປະໂຫຍດໃຫ້ການປະຕິວັດລາວເທົ່ານັ້ນ, ຫາກຍັງສ້າງຄວາມສາມາດໃໝ່ໃຫ້ການຕໍ່ສູ້ທາງການທູດຂອງລາວ ຍາດເອົາໄຊຊະນະອີກດ້ວຍ, ນັ້ນແມ່ນເລື່ອງເຊັນສັນຍາເຊີແນວ ກ່ຽວກັບລາວ ໃນປີ 1962.

ໃນໄລຍະດຽວກັນ, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມ ແລະວາງອອກແຜນນະໂຍບາຍ: ຊອກຫາທຸກວິທີການເພື່ອຊ່ວຍເຫຼືອທະຫານເຈື່ອງເຊີນເປີດເສັ້ນທາງ. ຕາມນັ້ນແລ້ວ, ປະຊາຊົນ 7 ແຂວງຂອງລາວ ຢູ່ລຽບຕາມເສັ້ນທາງເຈື່ອງເຊີນໄດ້ສະໝັກໃຈອອກຈາກໝູ່ບ້ານ, ໄຮ່ນາຂອງຕົນ, ໄປອົບພະຍົບຢູ່ປ່າເລິກ, ສ່ວນທະຫານ, ກອງຫຼອນຢູ່ຄືນເພື່ອປົກປັກຮັກສາໝູ່ບ້ານ, ໄຮ່ນາ ແລະເສັ້ນທາງ. ນອກຈາກນັ້ນ, ທະຫານ ແລະກອງຫຼອນລາວ ຍັງສົມທົບກັນຢ່າງແໜ້ນແຟ້ນກັບທະຫານຫວຽດນາມ ຍິງເຮືອບິນຂອງສັດຕູ, ເພື່ອສະກັດກັ້ນການເຄື່ອນທັບບຽດຢຶດ, ຫຼອນຕີ, ໂຈມຕີຂອງຈັກກະພັດອາເມລິກາ ເຂົ້າເຂດປົດປ່ອຍ.

ເພື່ອຕອບສະໜອງອາລົມຈິດຂອງປະຊາຊົນລາວບັນດາເຜົ່າ, ບັນດານັກຮົບ, ພະນັກງານຫວຽດນາມ ທີ່ສູ້ຮົບ, ປະຕິບັດງານຢູ່ເສັ້ນທາງ ເຈື່ອງເຊີນ, ເຖິງວ່າຢູ່ບ່ອນໃດ, ໃນກໍລະນີໃດ, ກໍ່ຕັ້ງໜ້າພ້ອມກັບທະຫານປົດປ່ອຍລາວ ສູ້ຮົບປົກປັກຮັກສາເຂດປົດປ່ອຍ, ພັດທະນາເສດຖະກິດທ້ອງຖິ່ນ, ປະກອບສ່ວນເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນທ້ອງຖິ່ນຫຼຸດຜ່ອນຄວາມຫຍຸ້ງຍາກ.

ເສັ້ນທາງແຫ່ງໄຊຊະນະຂອງການປະຕິວັດປົດປ່ອຍຊາດຂອງສອງປະເທດ

ຕໍ່ໜ້າການພັດທະນາຢ່າງແຮງຂອງເສັ້ນທາງເຈື່ອງເຊີນ, ຈັກກະພັດອາເມລິກາ ໄດ້ນຳໃຊ້ທຸກກົນອຸບາຍ, ເລ່ລ່ຽມເພື່ອມ້າງທຳລາຍ. ອາເມລິກາ ຖືສາຍພູຫຼວງແມ່ນບ່ອນທີ່ທົດລອງສົງຄາມເອເລັກໂຕນິກ, ສົງຄາມເຄມີສາດ, ສະນັ້ນ, ກໍາລັງລ້າງຜານໃນແຕ່ລະປີນັບມື້ນັບເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ກໍາລັງແຮງຂອງອາວຸດທັນສະໄໝ ກໍ່ບໍ່ສາມາດຍາດໄດ້ໄຊຊະນະຄຸນນະທາດ ແລະພູມປັນຍາຂອງທະຫານເຈື່ອງເຊີນ, ຂອງສາຍພົວພັນຫວຽດນາມ-ລາວ ໄດ້. ໃນສົງຄາມອັນດຸເດືອດ, ທະຫານ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ຍັງຄຽງບ່າຄຽງໄຫຼ່ນໍາກັນສູ້ຮົບເພື່ອເປີດເສັ້ນທາງ.

ສໍາລັບສາຍພົວພັນ ຫວຽດນາມ-ລາວ, ເສັ້ນທາງເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ ກາຍເປັນສັນຍາລັກອັນຮຸ່ງເຮືອງເຫຼືອງເຫຼື້ອມແຫ່ງນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມສໍາພັນສູ້ຮົບຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນການຕໍ່ສູ້ຕ້ານອາເມລິກາ. ມັນຖືກກັບຄໍາກ່າວປາໄສຂອງທ່ານ ໄກສອນ ພົມວິຫານ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ທີ່ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ໃນເດືອນພຶດສະພາ 1990 ຢູ່ຫໍປະຊຸມບາດິ່ງທີ່ວ່າ: ... ປະຊາຊົນລາວ ເອກອ້າງທະນົງໃຈທີ່ສຸດ ເພາະວ່າຢູ່ລຽບຕາມສາຍພູຫຼວງຕາເວັນຕົກມີເສັ້ນທາງທີ່ໃສ່ຊື່ປະທານໂຮ່ຈີມິນ, ເສັ້ນທາງໄດ້ຄົງຕົວຢ່າງສະຫງ່າອົງອາດ, ຕໍ່ໜ້າລູກລະເບີດນັບລ້ານໂຕນຂອງສັດຕູ, ພ້ອມກັບເສັ້ນທາງຢູ່ສາຍພູຫຼວງຕາເວັນອອກປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າພາລະກິດປົດປ່ອຍປະເທດລາວ ແລະພາກໃຕ້ຫວຽດນາມ.

ໂດຍ: ທູຈາງ