ໃນຕະຫຼອດການສົງຄາມປົດປ່ອຍ ແລະປົກປັກຮັກສາປະເທດຊາດ, ພະແນກເສນາທິການຕໍາຫຼວດປະຊາຊົນປະກອບອາວຸດໄດ້ເປັນເສນາທິການໃຫ້ແກ່ກອງບັນຊາການຊີ້ນໍາໂດຍກົງບັນດາກົມກອງເຂົ້າຮ່ວມຮົບນັບເປັນຮ້ອຍຄັ້ງ, ດັບສູນ ແລະຈັບສັດຕູ, ເປົ້າໝາຍປະຕິການ, ອາດຊະຍາກໍາປະກອບອາວຸດໄດ້ຫຼາຍພັນບັກ... ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາອໍານາດການປົກຄອງການປະຕິວັດຢູ່ບັນດາແຂວງພາກໃຕ້ຫຼັງການປົດປ່ອຍ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາເສັ້ນຊາຍແດນ, ເຂດທະເລໝູ່ເກາະຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ປະຈຸບັນ, ໂດຍປະຕິບັດແຜນນະໂຍບາຍປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຂອງພັກ ແລະລັດ, ພະແນກເສນາທິການໄດ້ປ່ຽນແປງໃໝ່ວຽກງານເສນາທິການດ້ານປ້ອງກັນຊາຍແດນເທື່ອລະກ້າວ, ໃກ້ຊິດຕິດແທດສະພາບການ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ກໍາແໜ້ນ, ສັງລວມ, ໄຈ້ແຍກ, ຄາດຄະເນສະພາບການ, ເປັນເສນາທິການສະເໜີຕໍ່ຄະນະປະຈໍາພັກ, ກອງບັນຊາການຊີ້ນໍາບັນດາກົມກອງປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງດ້ານຊາຍແດນ, ນ່ານທະເລ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກກໍລະນີ. ໃນເສັ້ນຊາຍແດນຫວຽດນາມ-ຈີນ,  ໄດ້ເປັນເສນາທິການປັບປຸງພື້ນຖານດ້ານນິຕິກໍາ ເພື່ອໃຫ້ສອງຝ່າຍເຈລະຈາ, ດໍາເນີນ ແລະສໍາເລັດການຂີດເສັ້ນ, ປັກຫລັກໝາຍໃນທົ່ວເສັ້ນຊາຍແດນ. ສໍາລັບເສັ້ນຊາຍແດນຫວຽດນາມ-ລາວ, ໄດ້ເປັນເສນາທິການແກ້ໄຂໄດ້ເປັນຢ່າງດີ 18 ຈຸດທີ່ຍັງຄົງຄ້າງພາຍຫຼັງການຂີດເສັ້ນ, ປັກຫລັກໝາຍຊາຍແດນຕາມສົນທິສັນຍາກໍານົດຊາຍແດນ, ຍູ້ແຮງ ແລະປະຕິບັດສໍາເລັດໂຄງການປັກຫຼັກໝາຍຖີ່ ແລະບູລະນະຫຼັກໝາຍຊາຍແດນແຫ່ງຊາດ. ໃນເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ, ໄດ້ເປັນເສນາທິການຊີ້ນໍາກໍ່ສ້າງ, ປັບປຸງລະບົບຄ້າຍ, ຈັດສົ່ງກໍາລັງເຂົ້າຮ່ວມບັນດາກອງຂີດເສັ້ນ, ປັກຫຼັກໝາຍຊາຍແດນ...

ເຂດນ່ານທະເລໄດ້ເປັນເຈົ້າການໃນການເປັນເສນາທິການຕໍ່ກອງບັນຊາການທີ່ເປັນເສນາທິການໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄະນະກໍາມະການຊີ້ນໍາແຫ່ງລັດກ່ຽວກັບທະເລຕາເວັນອອກ-ໝູ່ເກາະແຜນນະໂຍບາຍ, ຍຸດໂທບາຍທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕ, ພັດທະນາເສດຖະກິດເຂດທະເລ, ໝູ່ເກາະ...

leftcenterrightdel
ການນໍາພະແນກເສນາທິການທະຫານຊາຍແດນກວດກາວຽກງານຄວບຄຸມການເຂົ້າອອກເມືອງຢູ່ດ່ານສາກົນແທງທຸ໋ຍ (ແຂວງຮ່າຢາງ). ພາບ: ເຮືອງມາຍ.

ເປັນເສນາທິການໃນການປະຕິບັດວຽກງານພົວພັນຕ່າງປະເທດດ້ານຊາຍແດນ, ຊີ້ນໍາບັນດາກົມກອງເພີ່ມທະວີການພົບແລກປ່ຽນ, ການເຈລະຈາ, ແລກປ່ຽນມິດຕະພາບ, ເປີດກວ້າງການແຮກສ່ຽວລະຫວ່າງກຸ່ມຊຸມຊົນ, ຄ້າຍ-ຄ້າຍທະຫານຊາຍແດນກັບບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນ.

ສົມທົບກັບບັນດາອົງການ, ຄະນະ, ຂະແໜງການເປັນເສນາທິການຈັດຕັ້ງ ແລະຮັບໃຊ້ຈັດຕັ້ງບັນດາລາຍການພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ກໍາປູເຈຍ, ລາຍການພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ... ປະຕິບັດວຽກງານປ້ອງກັນ, ຕ້ານພາຍຸ, ນໍ້າຖ້ວມ, ກູ້ຊີບ-ກູ້ໄພ, ປະກອບສ່ວນຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ...

ເອົາໃຈໃສ່ສ້າງອົງຄະນະພັກຢ່າງປອດໃສ, ໝັ້ນຄົງ ເຂັ້ມແຂງຕິດພັນກັບການສ້າງພະແນກເສນາທິການໃຫ້ມີຄວາມໝັ້ນຄົງ ເຂັ້ມແຂງຮອບດ້ານເປັນປະຈໍາ; ສຸມໃສ່ຊີ້ນໍາ, ນໍາພາ, ຈັດຕັ້ງການຊາບຊຶມ, ປະຕິບັດຕາມແຜນນະໂຍບາຍ, ແນວທາງ, ຄໍາສັ່ງ ແລະມະຕິຂອງຂັ້ນເທິງຢ່າງເຂັ້ມງວດ. ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ...

ຜ່ານໄລຍະ 60 ປີແຫ່ງການສ້າງສາ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ, ພ້ອມກັບການພັດທະນາຂອງກໍາລັງທະຫານຊາຍແດນ, ພະແນກເສນາທິການຍາມໃດກໍຢັ້ງຢືນໄດ້ພາລະບົດບາດ, ໜ້າທີ່ຂອງຕົນ, ສົມເປັນອົງການບັນຊາຂອງຜູ້ບັນຊາການ, ສູນຈັດຕັ້ງການປະສົມປະສານງານຂອງກອງບັນຊາການ. ຜ່ານແຕ່ລະໄລຍະປະຫວັດສາດໃນການພັດທະນາຂອງກໍາລັງ, ພະນັກງານ, ນັກຮົບລຸ້ນຕ່າງໆຂອງພະແນກເສນາທິການທະຫານຊາຍແດນຍາມໃດກໍສາມັກຄີ, ສູ້ຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກກາກກໍາ, ທັງສູ້ຮົບ, ປະຕິບັດງານ ແລະທັງກໍ່ສ້າງກໍາລັງ, ສ້າງຜົນງານຫຼາຍຢ່າງ, ປະຕິບັດສໍາເລັດທຸກໆໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

ໂດຍ: ທະນາພອນ