ນີ້ແມ່ນເສັ້ນທາງໄປເຖິງສັນຕິພາບເພື່ອກໍ່ສ້າງປະເທດໃຫ້ສະຫງ່າຜ່າເຜີຍ, ໃຫຍ່ໂຕ ແລະສວຍງາມກວ່າ, ຄືດັ່ງຄວາມປາດຖະໜາຂອງລຸງໂຮ່ທີ່ແສນເຄົາລົບຮັກ ແລະຂອງທົ່ວປວງຊົນຫວຽດນາມ. ເສັ້ນທາງໂຮ່ຈີມິນ ຮູ່ງແຈ້ງດ້ວຍລັດທິວິລະຊົນປະຕິວັດ ແລະວັດທະນະທໍາປະເທດຊາດ, ບໍ່ມີວັນຍອມຈຳນົນຕໍ່ສັດຕູຮຸກຮານ, ເຖິງວ່າຖືກລະເບີດ, ລູກປືນທຳລາຍແຕ່ຍັງຄົງປະເອີບໃຈດ້ວຍ ບັນດາບົດເພງປະຕິວັດ, ບັນດາບົດເພງແຫ່ງຄວາມຮັກ.

ພວກຂ້າພະເຈົ້າກໍາລັງກ້າວເຂົ້າສູ່ສະໄໝປະຕິວັດອຸດສາຫະກໍາ 4.0 ດ້ວຍບັນດາການຫັນປ່ຽນຢ່າງໃຫຍ່ຫຼວງ. ວິທະຍາສາດເຕັກນິກກໍາລັງພັດທະນາຢ່າງວ່ອງໄວ; ບັນດາອຸປະກອນສະຫຼາດ, ເຮືອນສະຫຼາດ, ນະຄອນສະຫຼາດ… ບໍ່ແມ່ນຄວາມໃຝ່ຝັນອີກ. ການເຊື່ອມໂຍງທົ່ວໂລກນັບມື້ນັບເລິກເຊິ່ງກວ້າງຂວາງ, ນັ້ນແມ່ນທ່າອ່ຽງທີ່ຈຳເປັນ. ຮຸ່ນໜຸ່ມທັງແມ່ນພົນລະເມືອງແຫ່ງຊາດ, ທັງສາມາດກາຍເປັນພົນລະເມືອງທົ່ວໂລກ. ແຕ່ບົດເພງເຈື່ອງເຊີນ ດ້ວຍຈິດໃຈສະຫງ່າອົງອາດຂອງຊາດຍັງດັງກ້ອງກັງວານຕະຫຼອດໄປ, ສະແດງຄວາມຮູ້ບຸນຄຸນ, ຕອບບຸນແທນຄຸນຕໍ່ລູກຜູ້ດີເດັ່ນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບ; ສືບຕໍ່ຖ່າຍທອດໃຫ້ຮຸ່ນໃນປະຈຸບັນ ແລະໃນພາຍພາກໜ້າເພື່ອຮູ້ຈັກໄດ້ດໍາລົງຊີວິດ, ເຮັດວຽກ ແລະອຸທິດສ່ວນໃຫ້ແກ່ປະເທດຊາດ.

ປະຫວັດສາດໄດ້ຊ່ວຍພວກເຮົາສາມາດຮູ້ສຶກຢ່າງຖືກຕ້ອງກ່ຽວກັບສະພາວະການ, ຈາກຜົນສໍາເລັດ, ການປະລາໄຊໃນອະດີດຕະການເພື່ອຖອດຖອນບົດຮຽນທີ່ມີປະໂຫຍດ, ສ້າງບາດກ້າວໃນອະນາຄົດ. ເມື່ອປະເທດເຮົາເລືອກໄດ້ເສັ້ນທາງທີ່ຖືກຕ້ອງ, ປະຊາຊົນເປັນຈິດໜຶ່ງໃຈດຽວ, ພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຈະສໍາເລັດຜົນຢ່າງແນ່ນອນ. ນັ້ນແມ່ນບົດຮຽນອັນລໍ້າຄ່າຈາກກໍາລັງຊີວິດທີ່ຍືນຍົງຄົງຕົວຂອງເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ.

ປີ 2019, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ແມ່ນຂີດໝາຍທີ່ໜ້າຈື່ຈໍາ. ທະຫານ ເຈື່ອງເຊີນ ໄດ້ ແລະກໍາລັງເສີມຂະຫສຍບັນດາຄຸນຄ່າປະຫວັດສາດທີ່ເປັນມູນເຊື້ອໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ເສັ້ນທາງເຈື່ອງເຊີນ ໃນປະຈຸບັນແມ່ນເສັ້ນທາງເຊື່ອມຈອດເໜືອ - ໃຕ້, ແມ່ນເສັ້ນທາງຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ.

ໂດຍ: ຈາງຫງວຽນ