ວັນທີ 3 ຕຸລາ, ຢູ່ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ໄດ້ດຳເນີນພິທີໄຂງານວາງສະແດງ “ພົນເອກ ຫວໍງວຽນຢາບ ກັບເຂດທີ່ໝັ້ນ ຫວຽດບັກ”. ເຂົ້າຮ່ວມ ແລະຕັດແຖບຜ້າພິທີໄຂມີ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່; ທ່ານພົນເອກ ຟຸ່ງກວາງແທງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນຕີ ໂດ໋ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການສູນກາງ ແລະແຂວງ ທ໋າຍງວຽນ; ຜູ້ຕາງໜ້າຂອງຄອບຄົວທ່ານພົນເອກ ຫວໍງວຽນຢາບ.

leftcenterrightdel

ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຢ້ຽມຊົມງານວາງສະແດງ. ພາບ: ດົງອານ.

ງານວາງສະແດງແນະນຳຮູບພາບ, ວັດຖຸພັນ 200 ຢ່າງດ້ວຍ 3 ຫົວຂໍ້ຕົ້ນຕໍ: ເຂດທີ່ໝັ້ນຫວຽດບັກ - ສະຖານທີ່ຕົ້ນກໍາເນີດຂອງການປະຕິວັດຫວຽດນາມ; ພົນເອກ ຫວໍງວຽນຢາບ ຈາກເຂດທີ່ໝັ້ນຫວຽດບັກ ມາເຖິງປັດຈຸບັນ; ພົນເອກ ຫວໍງວຽນຢາບ ຂອງປະຊາຊົນ. ງານວາງສະແດງແນະນຳວັດຖຸພັນອັນລ້ຳຄ່າຫຼາຍຢ່າງ, ຄື: ເສື້ອຜ້າຝ້າຍຂອງປະຊາຊົນຊາວເຜົ່ານຸ່ງ ມອບໃຫ້ທ່ານພົນເອກ; ປື້ມປຸກລະດົມສົງຄາມກອງຫຼອນໂດຍທ່ານ ຫວໍງວຽນຢາບ ຂຽນ...

ງານວາງສະແດງແມ່ນການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ອາໄລຫາພົນເອກ ຫວໍງວຽນຢາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນທີ່ທ່ານພົນເອກ ຫວໍງວຽນຢາບ ເຖິງແກ່ມໍລະນະກຳ.

ໂດຍ: ທູຮັ່ງ