ຍາມນັ້ນ, ກອງຮ້ອຍ 6, ກອງພັນ 2, ກອງພັນໃຫຍ່ 9, ກອງພົນ 968 ພວກຂ້າພະເຈົ້າ ຕັ້ງທັບຢູ່ໃນປ່າເຂດທາງທິດຕາເວັນຕົກຂອງເມືອງປາກຊ່ອງ. ກອງຮ້ອຍ ໄດ້ອອກຄໍາສັ່ງຂຸດຂຸມຄອງ ໃຫ້ເປັນຮູບໜັງສືຕົວ A, ແຕ່ວ່າຢູ່ຂົງເຂດນັ້ນ ມີຫີນຫຼາຍເກີນໄປ ຈຶ່ງບໍ່ສາມາດຂຸດໄດ້. ມີແຕ່ຂຸດຫີນສອງສາມຮູເທົ່າກັບກະທຸ້ງ. ພວກຂ້າພະເຈົ້າ ໄດ້ໄປຕັດງ່າໄມ້ ມາປົກປາກຂຸມ ເພື່ອເຮັດຕູບປອມ, ເປັນອັນວ່າໄດ້ຂຸດຂຸມແລ້ວ.

leftcenterrightdel
ຮູບພາບໂດຍນັກປະພັນສະໜອງ.

ວັນທີ 26 ມັງກອນ ປີ 1973 (ໝາຍຄວາມວ່າແມ່ນວັນທີ 23 ເດືອນທັນວາ ປີຊວດ ໄລ່ຕາມຈັນທະປະຕິທິນ), ພວກຂ້າພະເຈົ້າ ໄດ້ຮັບຄໍາສັ່ງໃຫ້ຈັດບຸນເຕັດກ່ອນ ເພື່ອກະກຽມເຂົ້າບັ້ນຮົບ. ໂດຍເອີ້ນວ່າຕ້ອນຮັບບຸນເຕັດ, ແຕ່ຄວາມຈິງແລ້ວແມ່ນການພັກຜ່ອນ, ອາບນ້ຳ ແລະຊັກເຄື່ອງ 1 ວັນ. ຢູ່ໃກ້ກັບເຂດຕັ້ງທັບຂອງກົມກອງມີຕະຄອງ,  ນໍ້າໄຫຼແຮງ ແລະນ້ຳໃສໆ. ແຕ່ລະໝວດຂອງພວກຂ້າພະເຈົ້າ ໃນຍາມນັ້ນມີພຽງແຕ່ປະມານ 10 ຄົນ. ພວກຂ້າພະເຈົ້າ ຈຶ່ງຊວນກັນໄປອາບນ້ຳ.

ຍ້ອນກອງພັນມີນະໂຍບາຍເພີ່ມອັດຕາກິນ, ສະນັ້ນ ຄາບເຂົ້າໃນມື້ນັ້ນ ຈຶ່ງມີຊີ້ນຫຼາຍກວ່າໜ້ອຍໜຶ່ງ ແລະກິນກັບເຂົ້າໜຽວ. ພາຍຫຼັງອາບນ້ຳປ່ຽນເຄື່ອງແລ້ວ, ພວກຂ້າພະເຈົ້າພາກັນມານັ່ງກິນເຂົ້າ ກັບຊີ້ນຢູ່ແຜ່ນຫີນ,  ເມື່ອກິນເຂົ້າອີ່ມແລ້ວ ກໍ່ພາກັນແຫງນເບິ່ງດວງດາວຢູ່ເທິງຟ້າໂອ້ລົມກັນ, ແບ່ງປັນຄວາມໃນໃຈນຳກັນ, ຄືແນວນັ້ນຖືວ່າ ເປັນການຈົບພິທີຕ້ອນຮັບບຸນເຕັດ.

ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ຈຶ່ງເອົາກະພາໄປຂົນເຂົ້າສານ, ລູກປືນຈາກ ສາລະວັນ ໄປປາກຊ່ອງ. ລົດຂົນເຄື່ອງຂອງຂັ້ນເທິງ ມາຮອດແຕ່ເຂດຂັ້ນແດນລະຫວ່າງສາລະວັນ ແລະພູພຽງ ເຊິ່ງຫ່າງຈາກບ່ອນພວກຂ້າພະເຈົ້າຢູ່ປະມານ 3 ກິໂລແມັດ. ພວກຂ້າພະເຈົ້າ ພາກັນອອກໄປເອົາເຄື່ອງໃສ່ກະພາ ແລະເປ້ໄປຮອດປາກຊ່ອງ. ແຕ່ລະມື, ພວກຂ້າພະເຈົ້າຂົນໄດ້ຖ້ຽວດຽວ. ໃນນັ້ນ ລູກປືນຂອງທະຫານບົກ ແມ່ນຫຼາຍທີ່ສຸດ.

ມື້ທໍາອິດ ສະພາບການມີຄວາມສະຫງົບ. ມື້ທີສອງ, ເຮືອບິນ B-52 ເລີ່ມຖິ້ມລະເບີດໃສ່ປ່າໃນເຂດພູພຽງ. ໃນເວລານີ້, ສັນຍາປາຣີ ໄດ້ຮັບການລົງນາມແລ້ວ, ສະນັ້ນ, ເສັ້ນທາງເຈື່ອງເຊີນ ຈຶ່ງມີຄວາມສະຫງົບງຽບ. ເຮືອບິນ B-52 ບໍ່່ຖິ້ມລະເບີດໃສ່ທາງເຈື່ອງເຊີນ ອີກແລ້ວ, ແຕ່ຈະໄປຖິ້ມໃສ່ພູພຽງ ບໍລະເວນ ເພື່ອເສີມກໍາລັງໃຫ້ກົມກອງສັດຕູ ທີ່ຕັ້ງທັບຢູ່ເຂດຈຸດສູງອ້ອມແອ້ມປາກຊ່ອງ.

ເມື່ອອ້າຍ ຫງວຽນເທ໊ຮຸ່ງ, ຫົວໜ້າກອງຮ້ອຍ 6 ຂອງພວກຂ້າພະເຈົ້າ ໄປປະຊຸມກັບມາຮອດ ໄດ້ແຈ້ງໃຫ້ພວກຂ້າພະເຂົ້າ ຮັບຊາບກ່ຽວກັບສະພາບການ ແລະມາດຕະການເພື່ອຫຼີກລະເບີດຂອງເຮືອບິນ B-52. ໂຊກດີທີ່ສຸດ, ໃນອາທິດນັ້ນ, ກອງຮ້ອຍພວກຂ້າພະເຈົ້າ ໄດ້ປະເຊີນໜ້າກັບ ເຮືອບິນ B-52  ແຕ່ຄັ້ງດຽວ.

leftcenterrightdel
ນັກປະພັນ ຫວູກົງຈ໊ຽນ ກັບຄືນຢ້ຽມຢາມສະໜາມຮົບ (ປີ 2012).

ວັນທີ 30 ເດືອນທັນວາ ໄລ່ຕາມຈັນທະປະຕິທິນ, ພວກຂ້າພະເຈົ້າ ໄດ້ພັກຜ່ອນ  1 ວັນ ພາຍຫຼັງທີ່ຂົນລູກປືນມາ. ໄດ້ຮັບຂ່າວດີອີກຂ່າວໜຶ່ງ ນັ້ນແມ່ນພວກຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຄືນໃໝ່ອີກ. ນອກຈາກຊີ້ນ ແລະເຂົ້າໜຽວຄືຄັ້ງທຳອິດນັ້ນ, ຄັ້ງນີ້ຍັງມີເຄື່ອງທີ່ຂົນມາແຕ່ພາກເໜືອນຳ. ເປັນອັນວ່າ, ໃນຄໍ່າຄືນວັນທີ 30 ເດືອນທັນວາ ໃນປີນັ້ນ ໄລ່ຕາມຈັນທະປະຕິທິນ, ພາຍຫຼັງກິນເຂົ້າແລ້ວ, ພວກຂ້າພະເຈົ້າ ໄດ້ເຕົ້າໂຮມກັນຈັດພິທີການສະຫຼອງ. ສິ່ງທີ່ເປັນໜ້າເສຍດາຍ ນັ້ນແມ່ນສະຖານທີ່ຕັ້ງທັບຕ້ອງປິດລັບ, ສະນັ້ນ ຈຶ່ງບໍ່ມີລາຍການສະແດງສິລະປະທີ່ພວກຂ້າພະເຈົ້າມັກທີ່ສຸດ.

ຕອນເຊົ້າວັນທີ 1 ເດືອນມັງກອນ ໄລ່ຕາມຈັນທະປະຕິທິນ, ທົ່ວກົມກອງ ໄດ້ຍົກຍ້າຍຄ້າຍເຂົ້າໄປໃນເຂດປາກຊ່ອງ ແລະມີເວລາກະກຽມ 1 ວັນຕື່ມອີກ. ພາຍຫຼັງໄດ້ຮັບລູກປືນຄົບກັນໝົດແລ້ວ, ແຕ່ລະຄົນ ໄດ້ໄປຕັດໄມ້ມາຕັ້ງຄ້າຍ. ຕອນແລງວັນທີ 2 ເດືອນມັງກອນ ໄລ່ຕາມຈັນທະປະຕິທິນ (ໝາຍຄວາມວ່າແມ່ນວັນທີ 4 ເດືອນກຸມພາ ປີ 1973), ກອງພັນພວກຂ້າພະເຈົ້າ ໄດ້ເຄື່ອນທັບອອກສູ່ສະໜາມຮົບ. ພ້ອມກັບກອງພັນ 1, ພວກຂ້າພະເຈົ້າ ໄດ້ຈັດການປິດລ້ອມບັງຄັບຕີສັດຕູຢູ່ຈຸດສູງ ທາງທິດຕາເວັນຕົກສ່ຽງເໜືອຂອງເມືອງປາກຊ່ອງ. ບັ້ນຮົບນັ້ນ, ພວກຂ້າພະເຈົ້າ ຕ້ອງປິດລ້ອມບັງຄັບສັດຕູ  5 ວັນ, ກອງພັນໃຫຍ່ ຈຶ່ງສໍາເລັດແລ້ວ. ພວກຂ້າພະເຈົ້າ ຢຶດໄດ້ອາວຸດຍຸດທະພັນຫຼາຍຢ່າງ, ໃນນັ້ນມີເຄື່ອງວິທະຍຸ. ໃນເວລາກວ່າ 1 ປີ ນັບແຕ່ໄດ້ໄປອອກສະໜາມ, ເປັນຄັ້ງທໍາອິດທີ່ຂ້າພະເຈົ້າ ໄດ້ຟັງວິທະຍຸຫວຽດນາມ ໃນຕອນເຊົ້າທີ່ໜາວເຢັນ.

ໂດຍ: ທູຈາງ