ໃນການຄາດຄະເນດ້ານເສດຖະກິດທີ່ຍົກອອກມາໃນທ້າຍປີ 2025, ຫຼາຍອົງການຈັດຕັ້ງເສດຖະກິດ - ການເງິນ ໄດ້ຄາດຄະເນວ່າ ເສດຖະກິດທົ່ວໂລກປີ 2026 ຈະເຕີບໂຕຊ້າກວ່າປີ 2025 ຍ້ອນມີຫຼາຍປັດໄຈຜິດປົກກະຕິ, ແຕ່ກໍມີຄວາມສາມາດບຸກທະລຸຍ້ອນເຕັກໂນໂລຢີ.

leftcenterrightdel
ທ່ານປະທານາທິບໍດີ ຢູແກຼນ, Volodymyr Zelensky. ພາບ: REUTERS/Stephanie Lecocq

ຄວາມເຄັ່ງຕຶງດ້ານພູມສາດການເມືອງ

ວັນທີ 23 ທັນວາ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ປະກາດແຜນການສັນຕິພາບ 20 ຂໍ້ ເຊິ່ງ ຢູແກຼນ, ອາເມລິກາ ພ້ອມດ້ວຍປະເທດ ເອີຣົບ ຈຳນວນໜຶ່ງໄດ້ເຈລະຈາໃນຫຼາຍອາທິດຜ່ານມາ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ຊາຕະກຳຂອງແຜນການສະບັບດັ່ງກ່າວ, ພ້ອມກັບການຜັນຂະຫຍາຍໄລຍະທີ 2 ຂອງແຜນການສັນຕິພາບຢູ່ເຂດ ກາຊາ ແລະ ການຜັນແປຕໍ່ໄປຂອງຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ເວເນຊູເອລາ… ຈະແມ່ນປັດໄຈສຳຄັນກຳນົດວ່າ ຄວາມເຄັ່ງຕຶງດ້ານພູມສາດການເມືອງຈະສືບຕໍ່ແມ່ນປັດໄຈຕົ້ນຕໍຄອບງຳສະພາບການເມືອງ - ເສດຖະກິດໂລກໃນປີ 2026 ຫຼືບໍ? ໃນບົດສະຫຼຸບຕີລາຄາປີ 2026, ທີ່ໄດ້ປະກາດເມື່ອກາງເດືອນ ທັນວາ ຜ່ານມາ, ບັນດານັກຊ່ຽວຊານສະຖາບັນຄົ້ນຄວ້າ ລາຊະອານາຈັກ ອັງກິດ ກ່ຽວກັບບັນດາບັນຫາສາກົນ (Chatham House), ຖືວ່າ ຄວາມໝັ້ນຄົງທົ່ວໂລກ ຈະສືບຕໍ່ຖືກຄວາມກົດດັນຫຼາຍຢ່າງຍ້ອນການປະທະກັນທີ່ແກ່ຍາວຢູ່ບາງພາກພື້ນ. ທ່ານ Neil Melvin ຜູ້ອຳນວຍການພາກສ່ວນຄວາມໝັ້ນຄົງສາກົນຂອງວິທະຍາຄານບັນດາເຫຼົ່າທັບເອກະພາບ ລາຊະອານາຈັກອັງກິດ (RUSI) ກໍໃຫ້ຂໍ້ສັງເກດວ່າ ການຂາດສະຖຽນລະພາບດ້ານພູມສາດການເມືອງທົ່ວໂລກຍັງຄົງແມ່ນຈຸດເດັ່ນຂອງປີ 2026, ຊ້ຳບໍ່ໜຳແມ່ນອາດຈະອັນຕະລາຍກວ່າ ເມື່ອບັນດາການປະທະກັນບໍ່ໄດ້ຮັບການຄວບຄຸມເປັນຢ່າງດີ ແລະ ຍູ້ບັນດາປະເທດມະຫາອຳນາດຕົກເຂົ້າສູ່ທ່າສູ້ຢັນກັນ.

“ສິ່ງທີ່ພວກເຮົາພວມເຫັນປະຈັກຕາໃນປັດຈຸບັນ ແມ່ນທ່າອ່ຽງເປັນໜ້າວິຕົກກັງວົນທີ່ສຸດ, ນັ້ນແມ່ນບັນດາການຜັນແປທີ່ພວມຍູ້ບັນດາປະເທດມະຫາອຳນາດຕົກເຂົ້າສູ່ການສູ້ຢັນກັນໂດຍກົງຫຼາຍກວ່າ”.

ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງນີ້ໄດ້ປະກົດຂຶ້ນຫຼາຍໃນການຄາດຄະເນກ່ຽວກັບການເຕີບໂຕເສດຖະກິດທົ່ວໂລກຂອງບັນດາອົງການຈັດຕັ້ງສາກົນ. ໃນບົດລາຍງານສັງລວມກ່ຽວກັບເສດຖະກິດໂລກ ທີ່ປະກາດໃນວັນທີ 2 ທັນວາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄາດຄະເນວ່າ ເສດຖະກິດໂລກໃນປີ 2026 ມີລະດັບເຕີບໂຕປະມານ 2,9%, ຕ່ຳກວ່າເມື່ອທຽບໃສ່ປີ 2025 (ປະມານ 3,2%), ເຖິງວ່າ ອາດສາມາດບັນລຸລະດັບເຕີບໂຕປະມານ 3,1% ໃນປີ 2027. ບັນດາຄວາມສ່ຽງລວມທີ່ຖືກຍົກອອກມາໃນບົດລາຍງານເຫຼົ່ານັ້ນ ລວມມີ: ພາສີອາກອນຈະສືບຕໍ່ສົ່ງຜົນກະທົບເຖິງການຄ້າທົ່ວໂລກ ແລະການເຕີບໂຕຢູ່ບາງພື້ນຖານເສດຖະກິດໃຫຍ່ທີ່ເອື່ອຍອີງເຂົ້າໃນການສົ່ງອອກເປັນສ່ວນໃຫຍ່; ພ້ອມກັນນັ້ນ ການຂາດສະຖຽນລະພາບດ້ານພູມສາດການເມືອງໄດ້ສ້າງສິ່ງຜິດປົກກະຕິ, ຄາດຄະເນລ່ວງໜ້າໄດ້ຍາກ. ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າການຄາດຄະເນທັງໝົດລ້ວນແຕ່ບໍ່ເປັນໜ້າປະເອີບໃຈ. ການພັດທະນາຢ່າງແຮງຂອງເຕັກໂນໂລຢີ, ພິເສດແມ່ນປັນຍາປະດິດ (AI), ອາດຈະແມ່ນປັດໄຈພາໃຫ້ສະພາບການໂລກປ່ຽນແປງ. ທ່ານ Pierre-Olivier Gourinchas, ຫົວໜ້າພະແນກຄົ້ນຄວ້າຂອງ IMF, ໃຫ້ຂໍ້ສັງເກດວ່າ: 

“ການຜັນແປສຳຄັນຈຳນວນໜຶ່ງອາດຈະເຮັດໃຫ້ສະພາບການເສດຖະກິດມີການປ່ຽນແປງຢ່າງວ່ອງໄວ. ທຳອິດ ແລະ ສຳຄັນທີ່ສຸດແມ່ນເລື່ອງແກ້ໄຂຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍດ້ວຍບັນດາຂໍ້ຕົກລົງດ້ານການຄ້າສອງຝ່າຍ ແລະຫຼາຍຝ່າຍ, ພ້ອມກັບການຫຼຸດຜ່ອນພາສີອາກອນ ສາມາດຊ່ວຍຊຸກຍູ້ການເຕີບໂຕໃນໄລຍະສັ້ນ. ຖັດມາ, AI ມີຄວາມສາມາດບົ່ມຊ້ອນເພີ່ມການຜະລິດຂຶ້ນ. ຫຼາຍຄົນໄດ້ນຳໃຊ້ AI ແລະສາມາດຢັ້ງຢືນຜົນປະໂຫຍດເຊິ່ງ AI ໄດ້ນຳມາໃຫ້”.

ຄຳຖາມກ່ຽວກັບ AI

leftcenterrightdel
ທ່ານ Pierre-Olivier Gourinchas, ຜູ້ອໍານວຍການໜ່ວຍງານຄົ້ນຄວ້າຂອງ IMF. ພາບ: IMF/REUTERS

ເຕັກໂນໂລຢີ AI ພວມແມ່ນຄວາມຫວັງໃຫຍ່ໃຫ້ແກ່ການເຕີບໂຕເສດຖະກິດຂອງແຕ່ລະປະເທດ ກໍຄືຊຸກຍູ້ກະແສການຄ້າທົ່ວໂລກ. ແຕ່ກໍມີຫຼາຍຄົນເລີ່ມຕັ້ງຄຳຖາມກ່ຽວກັບເຕັກໂນໂລຢີ AI, ບໍ່ພຽງແຕ່ການພັດທະນາ AI ຕາມທິດໃດ ແລະ ການບໍລິຫານ AI ທົ່ວໂລກຄືແນວໃດເທົ່ານັ້ນ ຫາກຍັງຜົນປະໂຫຍດທາງດ້ານເສດຖະກິດ ເຊິ່ງ AI ນຳມາໃຫ້ອີກດ້ວຍ. ຕາມນັກຊ່ຽວຊານ Carl-Benedikt Frey, ຮອງສາດສະດາຈານກ່ຽວກັບ AI ຢູ່ສະຖາບັນ Internet Oxford  ຂອງ ອັງກິດ ແລ້ວ, ປັດຈຸບັນ ເລື່ອງໝູນໃຊ້ AI ດັ່ງກ່າວພວມຢຸດໄວ້, ຊ້ຳບໍ່ໜຳແມ່ນຫຼຸດລົງອີກ. ດັ່ງນັ້ນ, ຄຳຖາມຂອງປີ 2026 ແມ່ນ ທ່າອ່ຽງນີ້ຈະສືບຕໍ່ ຫຼື ການນຳໃຊ້ AI ຈະເພີ່ມຂຶ້ນຫຼືບໍ? ແລະ ຄຳຖາມທີ 2 ແມ່ນ ບັນດາກຸ່ມບໍລິສັດລົງທຶນເຂົ້າ AI ຈະສາມາດຫາຜົນກຳໄລໄດ້ຫຼືບໍ?

“AI ແມ່ນເຕັກໂນໂລຢີທີ່ສຸດຍອດ (ຄືໃນຂະແໜງການບິນ) ແຕ່ ກໍແມ່ນຂະແໜງອຸດສາຫະກຳທີ່ບໍ່ມີຜົນກຳໄລ ຍ້ອນມີການແກ້ງແຍ້ງຢ່າງຂ້ຽວຂາດ. ປັດຈຸບັນ, ມີການແກ້ງແຍ້ງຢ່າງຂ້ຽວຂາດ, ພິເສດແມ່ນຈາກບັນດາຮູບແບບລະຫັດແຫຼ່ງຂໍ້ມູນເປີດ ພວມໄດ້ຮັບການພັດທະນາຢູ່ ຈີນ ຈະເຮັດໃຫ້ຜົນກຳໄລຫຼຸດລົງ. ດັ່ງນັ້ນ, ຄຳຖາມທີ່ວ່າ ປີ 2026 ຈະແມ່ນປີທີ່ AI “ແຕກສະຫຼາຍ” ກ່ຽວກັບດ້ານການເງິນຫຼືບໍ ແລະ ສິ່ງໃດຈະເກີດຂຶ້ນສຳລັບເຕັກໂນໂລຢີນີ້ ຖ້າຫາກມັນຖືກແຕກສະຫຼາຍ?”

leftcenterrightdel
ໂລໂກ OpenAI. ພາບ: REUTERS/Dado Ruvic

ວິກິດການດິນຟ້າອາກາດແມ່ນໜຶ່ງໃນບັນດາປັດໄຈໃຫຍ່ອື່ນທີ່ອາດຈະກຳນົດສະພາບການໂລກໃນປີນີ້. ໃນປີ 2025, ຜົນເສຍຫາຍທາງດ້ານເສດຖະກິດທົ່ວໂລກຍ້ອນບັນດາປະກົດການດິນຟ້າອາກາດຮ້າຍແຮງເກີດຂຶ້ນ ໄດ້ຂຶ້ນເຖິງປະມານ 135 ຕື້ USD, ຍັງບໍ່ທັນນັບເຖິງການເສຍຫາຍກ່ຽວກັບຊີວິດອິນຊີ. ທ່ານນາງ Ana Yang, ຜູ້ອຳນວຍການຂອງສູນສິ່ງແວດລ້ອມ ແລະ ສັງຄົມ ຂຶ້ນກັບ Chatham House, ໃຫ້ຂໍ້ສັງເກດວ່າ ຈຸດສຸມຂອງນະໂຍບາຍດິນຟ້າອາກາດທົ່ວໂລກຈະມີການຫັນປ່ຽນຈາກການຫຼຸດຜ່ອນການປ່ອຍອາຍພິດໄປສູ່ການຮັບມື. ເຖິງຢ່າງໃດກໍຕາມ, ທ່ານນາງ Emily Theokritoff, ນັກຄົ້ນຄວ້າກ່ຽວກັບຜົນເສຍຫາຍຈາກດິນຟ້າອາກາດຢູ່ສະຖາບັນ Grantham ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ (ອັງກິດ)  ຖືວ່າ ໃນໄລຍະຍາວກ່ຽວກັບກົກເຄົ້າຂອງບັນຫາແມ່ນຕ້ອງຫຼຸດຜ່ອນການປ່ອຍອາຍພິດ.

“ສິ່ງຈຳເປັນແມ່ນຕ້ອງຫຼຸດຜ່ອນການປ່ອຍອາຍພິດເພື່ອຮັບປະກັນວ່າ ບັນດາເຫດການ (ດິນຟ້າອາກາດ) ຈະບໍ່ຮ້າຍແຮງກວ່າ, ເພາະວ່າ ການປັບຕົວກໍມີຂໍ້ຈຳກັດຢູ່. ຜ່ານຫຼາຍເຫດການພວກເຮົາສາມາດເຫັນໄດ້ວ່າ ເຖິງວ່າຈະກະກຽມລະອຽດແນວໃດ ກໍຍາກທີ່ຈະຫຼີກລ້ຽງບັນດາຜົນກະທົບທີ່ຫຍໍ້ທໍ້ໄດ້”.

leftcenterrightdel
ທ່ານນາງ Emily Theokritoff, ນັກຄົ້ນຄວ້າກ່ຽວກັບຜົນເສຍຫາຍຈາກດິນຟ້າອາກາດຢູ່ສະຖາບັນ Grantham ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ (ອັງກິດ). ພາບ: REUTERS

ວົງການນັກສັງເກດການຕີລາຄາວ່າບັນດາທ່າອ່ຽງຕົ້ນຕໍຂອງປີ 2025 ຈະສືບຕໍ່ຄອບງຳປີ 2026. ໝາກຜົນຈະແຕກຕ່າງຄືແນວໃດ ແມ່ນຂຶ້ນກັບຄວາມສາມາດດັດປັບນະໂຍບາຍຂອງແຕ່ລະປະເທດ ແລະການປ່ຽນແປງໃໝ່ຂອງລະບົບຫຼາຍຝ່າຍ, ທີ່ເຄີຍປະເຊີນໜ້າກັບຄວາມຫຍຸ້ງຍາກໃນປີ 2025 ແຕ່ກໍໄດ້ສະແດງໃຫ້ເຫັນກຳລັງຕ້ານທານທີ່ດີພໍສົມຄວນ.

ແຫຼ່ງຄັດຈາກ vovworld.vn