ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ແຈ້ງຂໍ້ຕົກລົງໂຈະການຈັດວາງອັດຕາພາສີ 30% ສຳລັບເຄື່ອງເຟີນີເຈີທີ່ຫຸ້ມດ້ວຍແຜ່ນແພ ແລະ 50% ສຳລັບຕູ້ເຮືອນຄົວ ແລະໂຕະແຕ່ງໜ້າຮອດວັນທີ 1 ມັງກອນ 2027. ສະນັ້ນ, ເລື່ອງເພີ່ມອັດຕາພາສີສຳລັບບັນດາສິນຄ້າດັ່ງກ່າວໄດ້ຖອຍໄປຕື່ມ 1 ປີເມື່ອທຽບໃສ່ແຜນການກ່ອນໜ້ານັ້ນ.
ຖະແຫຼງການຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງການນຳເຂົ້າບັນດາຜະລິດຕະພັນຈາກໄມ້, ສະນັ້ນ, ທ່ານ Donald Trump ໄດ້ໂຈະການເພີ່ມພາສີເພື່ອ “ອະນຸຍາດໃຫ້ບັນດາການເຈລະຈາຕໍ່ໄປ ສືບຕໍ່ໄດ້ດຳເນີນກັບບັນດາປະເທດອື່ນ”. ພ້ອມກັນນັ້ນ, ຂໍ້ຕົກລົງນີ້ຂອງການນຳ ອາເມລິກາ ກໍ່ໄດ້ຍົກອອກມາໃນສະພາບທີ່ ການໃຊ້ຈ່າຍໃນການດຳລົງຊີວິດຂອງບັນດາຄອບຄົວຢູ່ ອາເມລິກາ ພວມຖືກເພີ່ມຂຶ້ນສູງ.
ແຫຼ່ງຄັດຈາກ vovworld.vn
Type the code from the image