ກວ່າ 500.000 ຄົນເຂົ້າຮ່ວມການເດີນຂະບວນສະໜັບສະໜູນ ປາແລັດສະຕິນ
ບັນດາຜູ້ແຫ່ຂະບວນໄດ້ນຳເອົາປ້າຍຄຳຂວັນ ແລະ ຮ້ອງໂຮບັນດາຄຳຂວັນສະໜັບສະໜູນຊາວ ປາແລັດສະຕິນ, ຄັດຄ້ານເລື່ອງສືບຕໍ່ດຳເນີນສົງຄາມຂອງກອງທັບ ອິດສະຣາແອັນ ຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.
ເນື່ອງໃນໂອກາດຕົ້ນປີໃໝ່ 2026, ວັນທີ 1 ມັງກອນ, ມີປະມານ 500.000 ຄົນຢູ່ນະຄອນ Istanbul, ຕວັກກີ ໄດ້ພ້ອມກັນເດີນຂະບວນຕາມຄຳປຸກລະດົມຂອງ 400 ອົງການສັງຄົມພົນລະເຮືອນຢູ່ປະເທດນີ້, ເພື່ອສະແດງການສະໜັບສະໜູນ ປາແລັດສະຕິນ.
    |
 |
|
ມີປະມານ 500.000 ຄົນຢູ່ນະຄອນ Istanbul, ຕວັກກີ ໄດ້ພ້ອມກັນເດີນຂະບວນສະແດງການສະໜັບສະໜູນ ປາແລັດສະຕິນ. ພາບ: REUTERS/Dilara Senkaya |
ບັນດາຜູ້ແຫ່ຂະບວນໄດ້ນຳເອົາປ້າຍຄຳຂວັນ ແລະ ຮ້ອງໂຮບັນດາຄຳຂວັນສະໜັບສະໜູນຊາວ ປາແລັດສະຕິນ, ຄັດຄ້ານເລື່ອງສືບຕໍ່ດຳເນີນສົງຄາມຂອງກອງທັບ ອິດສະຣາແອັນ ຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ. ກ່າວຄຳເຫັນໃນການເດີນຂະບວນ, ທ່ານ Bilal Erdogan, ລູກຊາຍຫຼ້າຂອງ ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ, ຢືນຢັນວ່າ ຊາວ ຕວັກກີ ຈະບໍ່ຫຼົງລືມບັນຫາປາແລັດສະຕິນ, ປາດຖະໜາວ່າ ປີ 2026 ຈະນຳບັນດາຄວາມດີງາມມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ປາແລັດສະຕິນ.
ແຫຼ່ງຄັດຈາກ voworld.vn