leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ ໃນການພົບປະຢູ່ສະໂມສອນ Mar-a-Lago, Palm Beach, Florida, ອາເມລິກາ. ພາບ: REUTERS

ໃນການພົບປະ, ການນຳສອງທ່ານ ກໍເຫັນດີເປັນເອກະພາບບັນດາມາດຕະການຕົວຈິງ ເພື່ອແນໃສ່ກຳນົດລະດັບການປົດອາວຸດ, ໃນນັ້ນມີການທຳລາຍເຄືອຂ່າຍເສັ້ນທາງອຸມົງທີ່ມີຂອບຂະໜາດໃຫຍ່ ຢູ່ໃຕ້ດິນເຂດກາຊາ, ເຊິ່ງເຄີຍໄດ້ຮັບຖືວ່າແມ່ນລະບົບຍຸດທະສາດຂອງຮາມາດສ ທີ່ຮັບໃຊ້ທັງການເຄື່ອນຍ້າຍ, ປົກປ້ອງ ແລະການບຸກໂຈມຕີ.

ຄວາມມານະພະຍາຍາມວາງອອກກຳນົດເວລາປົດອາວຸດ ໄດ້ດຳເນີນໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ແກ່ຍາວ ເຮັດໃຫ້ເຂດ ກາຊາ ຖືກຜົນເສຍຫາຍຢ່າງໜັກໜ່ວງ. ອິດສະຣາແອັນ ຖືການປົດອາວຸດຂອງຮາມາດສ ແມ່ນມາດຕະຖານແກ່ນສານເພື່ອບັນລຸໄດ້ຄວາມໝັ້ນຄົງແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງບັນດາບັ້ນບຸກໂຈມຕີຈາກເຂດກາຊາ ເຂົ້າດິນແດນ ອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn