ອາເມລິກາ ບຸກໂຈມຕີທາງອາກາດກວ່າ 30 ເປົ້າໝາຍ IS ຢູ່ຊີຣີ ໃນເວລາ 10 ວັນ
ແຈ້ງການເປັນທາງການໃນວັນທີ 14 ກຸມພາ ຂອງກອງບັນຊາການສູນກາງອາເມລິກາ ຢູ່ຕາເວັນອອກກາງ (CENTCOM) ໃຫ້ຮູ້ວ່າ ແຕ່ວັນທີ 3-12 ກຸມພາ, ກອງທັບອາກາດອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດ 10 ຄັ້ງ ແນໃສ່ 30 ເປົ້າໝາຍຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ຢູ່ຫຼາຍເຂດໃນທົ່ວປະເທດ ຊີຣີ.
ແຈ້ງການບໍ່ເຕື້ອງເຖິງຄວາມເສຍຫາຍດ້ານຊີວິດອິນຊີຂອງ IS, ແຕ່ຢືນຢັນວ່າ ບັນດາເປົ້າໝາຍຖືກບຸກໂຈມຕີລວມມີພື້ນຖານໂຄງລ່າງ ແລະສາງເກັບອາວຸດຂອງກຸ່ມກໍ່ການຮ້າຍ.
ອາເມລິກາ ໄດ້ເລີ່ມບຸກໂຈມຕີທາງອາກາດ IS ຢູ່ ຊີຣີ ແຕ່ປີ 2014 ແລະ 2 ປີຕໍ່ຈາກນັ້ນໄດ້ຜັນຂະຫຍາຍທະຫານບົກ ມາປະເທດ ອາຣັບ ເພື່ອສ້າງສຳພັນທະມິດຕ້ານກໍ່ການຮ້າຍສາກົນ ໂດຍ ອາເມລິກາ ນຳພາ.
ປະຈຸບັນ, ກຳລັງອາເມລິກາ ໄດ້ຕັ້ງທັບຢູ່ຖານທີ່ໝັ້ນດ້ານການທະຫານ Qasrak, ແຂວງ Hasakah, ຂຶ້ນກັບທິດຕາເວັນອອກສ່ຽງເໜືອ ຊີຣີ ເປັນຕົ້ນ.
ແຫຼ່ງຄັດຈາກ: vovworld.vn