ນະທີ່ນີ້, ທ່ານ Witkoff ໄດ້ມີການພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ແລະທ່ານ ພົນຕີ Eyal Zamir ຫົວໜ້າເສນາທິການ ກຳລັງພິທັກອິດສະລາແອັນ (IDF). ຄາດວ່າເນື້ອໃນໂຄງການດຳເນີນງານຂອງການພົບປະຕ່າງໆຈະສຸມໃສ່ວິກິດການ ຢູ່ ອີຣານ. ຂ່າວກ່ຽວກັບທູດພິເສດອາເມລິກາ ກັບຄືນຕາເວັນອອກກາງ ໄດ້ປະກົດຂຶ້ນພາຍຫຼັງສື່ມວນຊົນພາກພື້ນ ໃຫ້ຂ່າວກ່ຽວກັບເລື່ອງ ອາເມລິກາ ແລະ ອີຣານ ກະກຽມເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິສະພາບເຄັ່ງຕຶງ ພຽງ 2-3 ຊົ່ວໂມງເທົ່ານັ້ນ. ທ່ານ Witkoff ອາດຈະມີການເຈລະຈາກັບວົງການເຈົ້າໜ້າທີ່ອີຣານ ໃນອາທິດນີ້. ສະຖານທີ່ຈັດຕັ້ງການເຈລະຈາອາດຈະແມ່ນນະຄອນຫຼວງ Ankara ຂອງຕວກກີ.

leftcenterrightdel
ທ່ານ Steve Witkoff ທູດພິເສດຂອງປະທານາທິບໍດີອາເມລິກາ. ພາບ: REUTERS

ສຳລັບຝ່າຍ ອີຣານ, ວັນທີ 3 ກຸມພາ, ສຳນັກຂ່າວສານ Tasnim  ໃຫ້ຮູ້ວ່າ ບັນດາການເຈລະຈາໂດຍກົງລະຫວ່າງ ອາເມລິກາ ແລະ ອີຣານ ຈະດຳເນີນໃນ 2-3 ວັນຈະມາເຖິງ. ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ແມ່ນຫົວໜ້າຄະນະເຈລະຈາອີຣານ. ໃນວັນດຽວກັນ, ທ່ານ Masoud Pezeshkian ປະທານາທິບໍດີອີຣານ ໄດ້ຊີ້ນຳເລີ່ມຕົ້ນບັນດາການເຈລະຈາກ່ຽວກັບນິວເຄຼຍ ກັບອາເມລິກາ.

ແຫຼ່ງຄັດຈາກ: vovworld.vn