ເຫດການປີນີ້ມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ຮອງເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດຂອງກວ່າ 20 ປະເທດ, ໃນນັ້ນ ມີຫຼາຍປະເທດເອີຣົບ, ການາດາ, ຈີນ, ຫວຽດນາມ, ອູເບກິດສະຖານ, ພ້ອມກັບນັກຮຽນຮູ້ຈຳນວນໜຶ່ງຢູ່ ອິດສະຣາແອັນ, ເພື່ອແນໃສ່ຊຸກຍູ້ການພົວພັນທາງການທູດ, ວັດທະນະທຳ, ເສດຖະກິດ ແລະ ສັງຄົມລະຫວ່າງປະຊາຄົມຊາວ ອາຣັບ ປະຈຳອິດສະຣາແອັນ ກັບບັນດາປະເທດໃນໂລກ.

ຢູ່ເວທີປາໄສ, ຜູ້ຕາງໜ້າຫຼາຍຄະນະທູຕານຸທູດ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າສະພາບການຫົວຮຸນແຮງທີ່ແກ່ຍາວຢູ່ເຂດກາຊາ, ພ້ອມທັງຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ, ຢຸດຕິການປະທະກັນໂດຍໄວເພື່ອຫຼີກລ້ຽງຜົນເສຍຫາຍໃຫ້ແກ່ສາມັນຊົນຕື່ມອີກ. ມີຫຼາຍຄຳເຫັນເນັ້ນໜັກເຖິງຄວາມຈຳເປັນຂອງການເຄົາລົບກົດໝາຍສາກົນ ແລະມະນຸດສະທຳ, ຖືນີ້ແມ່ນພື້ນຖານສຳຄັນເພື່ອຟື້ນຟູສະຖຽນລະພາບໃນພາກພື້ນ. ບັນດາຄຳເຫັນກໍປາດຖະໜາວ່າ ປະຊາຄົມສາກົນຈະເພີ່ມທະວີການສົມທົບກັນເພື່ອແນໃສ່ຊຸກຍູ້ການເຈລະຈາ, ການຊ່ວຍເຫຼືອມະນຸດສະທຳ ແລະ ບັນດາຄວາມມານະພະຍາຍາມທາງການທູດເພື່ອຊອກຫາວິວັດທະນາການສັນຕິພາບທີ່ມີຄວາມເປັນໄປໄດ້.

ແຫຼ່ງຄັດດຈາກ:​ vovworld.vn