ທ່ານ ໃຫ້ຮູ້ວ່າ ສື່ມວນຊົນຕ່າງໆຂອງຝ່າຍຕາເວັນຕົກ ໄດ້ຍອມຮັບສິ່ງນັ້ນ. ຕາມນັ້ນແລ້ວ, ການເຈລະຈາລະຫວ່າງອາເມລິກາ ແລະລັດເຊຍ ກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ຢູແກຼນ ໄດ້ປະສົບກັບຄວາມຫຍຸ້ງຍາກ. ສາຍເຫດຍ້ອນວ່າ ລັດເຊຍ ຢຶດໝັ້ນຕໍ່ຄວາມຮຽກຮ້ອງຕ້ອງຍົກອອກຫຼັກການ “ບໍ່ສາມາດແບ່ງແຍກຄວາມໝັ້ນຄົງ” ໃນຂໍ້ຕົກລົງ.

leftcenterrightdel
ທ່ານ Sergey Lavrov ລັດຖະມົນຕີການຕ່່າງປະເທດລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເນັ້ນໜັກເຖິງຫຼັກການດັ່ງກ່າວ ໂດຍສາກົນຮັບຮູ້ຢູ່ບັນດາກອງປະຊຸມສຸດຍອດ ຂອງອົງການຄວາມໝັ້ນຄົງ ແລະການຮ່ວມມືເອີລົບ (OSCE) ຢູ່ Istanbul ປີ 1999 ແລະ Astana ປີ 2010. ໃນຂະນະນັ້ນ, ອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ພັດມີການກະທຳກົງກັນຂ້າມ, ຖືວ່າຄວາມໝັ້ນຄົງແມ່ນເຄື່ອງມືເພື່ອຈັດວາງຜົນສະທ້ອນດ້ານການທະຫານ ແລະການເມືອງ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ ໃນຂະນະທີ່ບາງຝ່າຍກ່າວຫາລັດເຊຍ “ສະກັດກັ້ນການເຈລະຈາ”, ສິ່ງນັ້ນມີຄວາມໝາຍດຽວກັບກັບເລື່ອງເຂົາເຈົ້າເປີດເຜີຍຢາກໃຫ້ຄວາມໝັ້ນຄົງກາຍເປັນສິ່ງອາດສາມາດຕັດແຍກ, ຫັນບັນດາການຮັບປະກັນຂອງ ຢູແກຼນ ກາຍເປັນເຄື່ອງມືຕ້ານລັດເຊຍ.

ແຫຼ່ງຄັດຈາກ: vovworld.vn