OPEC+ ເຫັນດີ ເພີ່ມປະລິມານນ້ຳມັນ
ວັນທີ 3 ສິງຫາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບຫຼັກການເພີ່ມປະລິມານນ້ຳມັນ ນັບແຕ່ເດືອນກັນຍາ ເມື່ອກຸ່ມນີ້ປະຕິບັດສຳເລັດການລົບລ້າງ ບັ້ນຫຼຸດຜ່ອນປະລິມານໃຫຍ່ທີ່ສຸດໃນສະພາບຄວາມວິຕົກກັງວົນ ຕໍ່ການຂາດວັກຂາດຕອນກ່ຽວກັບແຫຼ່ງສະໜອງຈາກລັດເຊຍ.