ໄພນ້ຳຖ້ວມຢ່າງຮ້າຍແຮງ ຢູ່ປາກິດສະຖານ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະຫາຍສາບສູນ
ວັນທີ 17 ສິງຫາ, ວົງການເຈົ້າໜ້າທີ່ແຂວງ Khyber Pakhtunkhwa, ປາກິດສະຖານ ໃຫ້ຮູ້ວ່າ ມີຜູ້ຫາຍສາບສູນກວ່າ 150 ຄົນ ພາຍຫຼັງເຫດນ້ຳຖ້ວມນ້ຳແກ່ງທີ່ຮ້າຍແຮງ ເຊິ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 344 ຄົນ.