leftcenterrightdel
ກະດານຕິດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢູ່ສະຖານທີ່ສາທາລະນະ. ພາບ: vov.vn

ຕາມຂໍ້ກຳນົດຂອງລັດຖະທຳມະນູນຍີ່ປຸ່ນ ແລ້ວ, ແຕ່ລະ 3 ປີ, ປະເທດນີ້ຈະດຳເນີນການເລືອກຕັ້ງຄືນເຄິ່ງໜຶ່ງ ຂອງສະມາຊິກສະພາສູງທັງໝົດ 248 ທ່ານ ໃນການເລືອກຕັ້ງຄັ້ງນີ້, ປະຊາຊົນຈະເລືອກເອົາ 125 ທ່ານ, ລວມມີ 74 ທ່ານ ໄດ້ຮັບການເລືອກຕັ້ງໂດຍກົງຢູ່ບັນດາເຂດເລືອກຕັ້ງ, 50 ທ່ານໄດ້ຮັບການເລືອກຕັ້ງຕາມຮູບແບບຕາງໜ້າ ແລະ 1 ທ່ານໄດ້ຮັບການເລືອກຕັ້ງເພີ່ມເຕິມຢູ່ເຂດ ໂຕກຽວ. ພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Ishiba, ລວມມີພັກປະຊາທິປະໄຕອິດສະຫຼະ (LDP) ແລະພັກ Komei, ເຊິ່ງປັດຈຸບັນລວມມີ 75 ບ່ອນນັ່ງບໍ່ແມ່ນເປົ້າໝາຍໄດ້ຮັບການເລືອກຕັ້ງຄັ້ງນີ້. ເພື່ອຮັກສາທ່ວງທ່າມີສະມາຊິກກວມເອົາສ່ວນຫຼາຍໃນສະພາສູງ, ພັນທະມິດຕ້ອງຍາດໄດ້ຢ່າງໜ້ອຍສຸດ 50 ບ່ອນນັ່ງໃນການເລືອກຕັ້ງນີ້ຕື່ມອີກ.

ແຫຼ່ງຄັດຈາກ: vovworld.vn