ອາເມລິກາ ຊັ່ງຊາການເພີ່ມເຕີມ 36 ປະເທດ ເຂົ້າບັນຊີລາຍຊື່ຫ້າມເຂົ້າເມືອງ ອາເມລິກາ
ຕາມການແນະນຳພາຍໃນຂອງກະຊວງການຕ່າງປະເທດ ໂດຍສື່ມວນຊົນອາເມລິກາ ຄັດສະເໜີ, ອົງການນີ້ໄດ້ກຳນົດ 36 ປະເທດ ທີ່ພວມເປັນໜ້າວິຕົກກັງວົນອາດສາມາດຖືກຫ້າມເດີນທາງໄປມາຢ່າງສິ້ນເຊິງ ຫຼື ສ່ວນໜຶ່ງຖ້າບໍ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການຂອງອາເມລິກາ ພາຍໃນຮອບເວລາ 60 ວັນ. ບັນດາປະເທດນີ້ລວມມີ: Angola, Cameroon, Bhutan, Burkina Faco, Cabo Verde, Campuchia, Cote d'Ivoire, Congo, Djibouti, Dominica, Egypt, Ethiopia, Ghana, Nigeria…
ບັນດາເຫດຜົນເຊິ່ງບັນດາປະເທດນີ້ຖືກອາເມລິກາ ນຳເຂົ້າບັນຊີລາຍຊື່ຫ້າມເດີນທາງໄປມາລວມມີການບໍ່ໃຫ້ຄວາມຮ່ວມມືໃນການເນລະເທດພົນລະເມືອງຂອງເຂົາເຈົ້າອອກຈາກອາເມລິກາ ເມື່ອມີຄຳສັ່ງ, ພົນລະເມືອງຂອງບັນດາປະເທດນີ້ໝົດວິຊາຢູ່ອາເມລິກາ ກາຍກຳນົດວິຊາ, ພົນລະເມືອງຂອງບັນດາປະເທດເຂົ້າຮ່ວມການເຄື່ອນໄຫວກໍ່ການຮ້າຍ, ຕ້ານຊາວຢິວ ແລະ ອາເມລິກາ.
ແຫຼ່ງຄັດຈາກ: vovworld.vn