leftcenterrightdel
ສະພາບການພັງທະລາຍຢູ່ເຂດກາຊາ ໃນວັນທີ 22 ກໍລະກົດ 2025. ພາບ: REUTERS

ໄປຄຽງຄູ່ກັນນັ້ນ, ກອງທັບອິດສະຣາແອັນ ຍັງຮັກສາການຄວບຄຸມການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ຢ່າງແໜ້ນແຟ້ນ, ເຮັດໃຫ້ສະພາບການມະນຸດສະທຳຢູ່ທີ່ນີ້ນັບມື້ນັບຮ້າຍແຮງຂຶ້ນຕື່ມ.

ບົດລາຍງາຍຫຼ້າສຸດຂອງສື່ມວນຊົນ ປາແລັດສະຕິນ ໃຫ້ຮູ້ວ່າ, ຫາກໍ່ມີຜູ້ເສຍຊີວິດຕື່ມອີກ 8 ຄົນ ໃນບັ້ນບຸກໂຈມຕີທາງອາກາດຂອງກອງທັບອິດສະຣາແອັນ ໃສ່ເຮືອນຫຼັງໜຶ່ງຢູ່ເຂດທາງທິດຕາເວັນຕົກສຽງເໜືອເຂດ ກາຊາ ໃນຄ່ຳຄືນວັນທີ 22 ກໍລະກົດ.

ກ່ອນໜ້ານັ້ນ, ສື່ມວນຊົນ ປາແລັດສະຕິນ ແລະພາກພື້ນ ກໍຢັ້ງຢືນມີຜູ້ເສຍຊີວິດ 15 ຄົນ ໃນບັ້ນບຸກໂຈມຕີເມື່ອວັນທີ 22 ກໍລະກົດ ຂອງອິດສະຣາແອັນ ເຂົ້າຫຼາຍຂົງເຂດທີ່ແຕກຕ່າງກັນໃນທົ່ວເຂດ ກາຊາ.

ແຫຼ່ງຄັດຈາກ: vovworld.vn