ບັນດາປະເທດ EU ຢາກກູ້ຢືມເງິນເປັນຈຳນວນ 127 ຕື້ເອີໂຣ ໃຫ້ແກ່ການໃຊ້ຈ່າຍດ້ານປ້ອງກັນຊາດ
ວັນທີ 30 ກໍລະກົດ, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ 18 ປະເທດ ສະມາຊິກໃນສະຫະພາບ ເອີລົບ (EU) ໄດ້ສົ່ງໃບກູ້ຢືມເງິນຢ່າງໜ້ອຍສຸດ 127 ຕື້ເອີໂຣ (ປະມານ 145,74 ຕື້ USD) ຈາກກອງທຶນການກະທຳເພື່ອຄວາມໝັ້ນຄົງໃຫ້ແກ່ ເອີລົບ (SAFE) ເພື່ອອາດສາມາດເພີ່ມທະວີການໃຊ້ຈ່າຍດ້ານປ້ອງກັນຊາດ ໃນສະພາບຄວາມໝັ້ນຄົງມີການຂາດສະຖຽນລະພາບຫຼາຍຢ່າງ.
ກອງທຶນ SAFE ມີຍອດມູນຄ່າ 150 ຕື້ເອີໂຣ ໄດ້ເລີ່ມຕົ້ນແຕ່ເດືອນພຶດສະພາຜ່ານມາ ເພື່ອແນໃສ່ອະນຸຍາດໃຫ້ບັນດາປະເທດສະມາຊິກ ເຂົ້າເຖິງບັນດາບ້ວງເງິນກູ້ຢືມທີ່ມີອັດຕາດອກເບ້ຍຕ່ຳກ່ວາ, ຍ້ອນການໜູນຊ່ວຍຈາກງົບປະມານສູນກາງຂອງ EU. ໂຄງການທີ່ມີຄວາມຮຽກຮ້ອງຢ່າງເຂັ້ມງວດເພື່ອແນໃສ່ຮັບປະກັນຈຳນວນເງິນສ່ວນຫຼາຍ ຈະໄດ້ຮັບການໃຊ້ຈ່າຍໃຫ້ແກ່ການຜະລິດອາວຸດຢູ່ EU ເພື່ອປັບປຸງຂະແໜງອຸດສາຫະກຳປ້ອງກັນຊາດ ຂອງທະວີບນີ້.
ໃນຈຳນວນບັນດາປະເທດທີ່ຢື່ນໃບກູ້ຢືມເງິນມີບັນດາປະເທດຫຼັກແຫຼ່ງ, ຄື: ຝລັ່ງ, ແອັດສະປາຍ, ອີຕາລີ ແລະ ໂປໂລຍ. ປັດຈຸບັນກອງທັນຍັງສືບຕໍ່ຮັບໃບກູ້ຢຶມເງິນຈົນຮອດທ້າຍເດືອນພະຈິກ ແລະຄາດວ່າບັນຊີລາຍຊື່ກູ້ຢືນເງິນ ອາດສາມາດຂຶ້ນເຖິງ 20 ປະເທດ.
ແຫຼ່ງຄັດຈາກ: vovworld.vn