ຕາມວິທະຍຸ Kan ຂອງອິດສະລາແອັນ ແລ້ວ, ການແລກປ່ຽນທາງການທູດແບບລັບລະຫວ່າງ ອິດສະລາແອັນ ແລະ ລັດເຊຍ ໄດ້ເລີ່ມຕົ້ນກ່ອນນີ້ປະມານໜຶ່ງອາທິດ, ພາຍຫຼັງການປະທະກັນທີ່ແກ່ຍາວ 12 ວັນ ລະຫວ່າງ ອິດສະລາແອັນ ແລະ ອີຣານ. ແຫຼ່ງຂ່າວໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ອິດສະລາແອັນ ຖືວ່າ ລັດເຊຍ ແມ່ນປະເທດທີ່ມີຄວາມສາມາດຊ່ວຍ ອິດສະລາແອັນ ບັນລຸໄດ້ບາງເປົ້າໝາຍກ່ຽວຂ້ອງເຖິງ ອີຣານ ແລະ ຊີຣີ. ປັດຈຸບັນ ອິດສະລາແອັນ ພວມປະຕິບັດຄຳສັ່ງຢຸດຍິງກັບ ອີຣານ ຢ່າງສົມບູນ ເຊິ່ງມີຜົນບັງຄັບໃຊ້ ແຕ່ວັນທີ 24 ມິຖຸນາ, ພ້ອມທັງພວມດຳເນີນບັນດາການເຈລະຈາແບບເຊິ່ງໜ້າ ກ່ຽວກັບການສ້າງຕັ້ງສັນຕິພາບກັບ ຊີຣີ.

ແຫຼ່ງຂ່າວຢັ້ງຢືນວ່າ ສຳລັບບັນຫາ ອີຣານ, ວົງການເຈົ້າໜ້າທີ່ອິດສະລາແອັນ ຫວັງວ່າ ອາດສາມາດກຳນົດບັນດາເສັ້ນແດນແດງ ແລະ ສ້າງຕັ້ງກົນໄກສົມທົບກັນທີ່ອາດຈະຄວບຄຸມການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດກ່ຽວກັບບັນດາການເຈລະຈາລະຫວ່າງ ລັດເຊຍ - ອິດສະລາແອັນ ບໍ່ໄດ້ເຕື້ອງເຖິງ.

ແຫຼ່ງຄັດຈາກ: vovworld.vn