leftcenterrightdel
ທ່ານເລຂາທິການໃຫຍ່ NATO Mark Rutte. ພາບ: REUTERS

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ຢູ່ສຳນັກງານ NATO, ທ່ານເລຂາທິການໃຫຍ່ Mark Rutte ຢັ້ງຢືນວ່າ NATO ພວມກ້າວເຂົ້າສູ່ໄລຍະຫຼັກແຫຼ່ງໃນການປັບປຸງຄວາມສາມາດດ້ານປ້ອງກັນ ແລະນາບຂູ່ຂອງກຸ່ມນີ້. ທ່ານສະແດງຄວາມເຊື່ອໝັ້ນ ຢູ່ກອງປະຊຸມຂັ້ນລັດຖະມົນຕີ ໃນວັນທີ 5 ມິຖຸນາ, NATO ຈະສ້າງບາດກ້າວກະໂດດຂັ້ນດ້ວຍວິທີການເປັນເອກະພາບບັນດາເປົ້າໝາຍຄວາມສາມາດໃໝ່ທີ່ເຕັມໄປດ້ວຍຄວາມມຸ່ງຫວັງ. ຕາມທ່ານ Mark Rutte ແລ້ວ, ບັນດາບຸລິມະສິດແຖວໜ້າຂອງ NATO ໃນປັດຈຸບັນລວມມີການເພີ່ມທະວີຄວາມສາມາດດ້ານປ້ອງກັນອາກາດ ແລະປ້ອງກັນລູກສອນໄຟ, ພັດທະນາອາວຸດຂະໜາດໄກຊະນິດຕ່າງໆ, ປັບປຸງພະລາທິການດ້ານການທະຫານ ແລະສ້າງກຸ່ມສູ້ຮົບທາງທະຫານລາບທີ່ມີຂອບຂະໜາດໃຫຍ່.

ແຫຼ່ງຄັດຈາກ: vovworld.vn