ກ່ອນໜ້ານັ້ນ, ຂໍ້ຕົກລົງຢຸດຍິງຢ່າງຮອບດ້ານໄດ້ບັນລຸໃນວັນທີ 15 ພຶດສະພາ. ອິນເດຍ ໄດ້ເປີດສະໜາມບິນຄືນ 32 ແຫ່ງໃນຂະນະທີ່ ປາກິດສະຖານ ກໍ່ປະກາດເປີດນ່ານຟ້າທັງໝົດຄືນ.

ຄວາມເຄັ່ງຕຶງລະຫວ່າງ ອິນເດຍ - ປາກິດສະຖານ ເພີ່ມຂຶ້ນໃນຊຸມອາທິດມໍ່ໆມານີ້ນັບແຕ່ພາຍຫຼັງການບຸກໂຈມຕີ ໃນວັນທີ 22 ເມສາ ຢູ່ Pahalgam ຂຶ້ນກັບເຂດ Kashmir ໂດຍອິນເດຍ ຄວບຄຸມ ເຊິ່ງເຮັດໃຫ້ແຂກທ່ອງທ່ຽວ 26 ຄົນເສຍຊີວິດ. ນີ້ແມ່ນການປະທະກັນຮ້າຍແຮງທີ່ສຸດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງໃນສາມທົດສະວັດທີ່ຜ່ານມາເຮັດໃຫ້ພາກພື້ນຮູ້ສຶກວິຕົກກັງວົນ.

ແຫຼ່ງຄັດຈາກ: vovworld.vn