ອີຣານ ປ່ຽນແປງຍຸດທະວິທີ, ເພີ່ມການບຸກໂຈມຕີ ອິດສະລາແອັນ
ຕອນຄ່ຳວັນທີ 15 ມິຖຸນາ, ຮາກຖານຍຸດທະສາດ ຢູ່ນະຄອນທ່າກຳປັ່ນ Haifa ຂອງອິດສະລາແອັນ ຖືກລູກສອນໄຟຂອງອີຣານ ບຸກໂຈມຕີ. ອາຄານ 7 ຫຼັງຢູ່ Haifa ຖືກເປ່ເພພ້ອມກັບລົດໂອໂຕຫຼາຍຄັນຖືກໄຟໄໝ້. ຕາມການລາຍງານຈຳນວນໜຶ່ງໃນເບື້ອງຕົ້ນ ສະເພາະເຂດ Haifa ໄດ້ຢັ້ງຢືນມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 15 ຄົນ. ນະຄອນຫຼວງ Tel Aviv ກໍ່ຢັ້ງຢືນມີສຽງລະເບີດໃຫຍ່ແຕ່ຍັງບໍ່ທັນຮູ້ລະດັບເສຍຫາຍ.